ນາຍົກລັດຖະມົນຕີໄທຄົນໃໝ່:ເລືອກຕັ້ງແມ່ນວິທີໜຶ່ງດຽວເພື່ອຫລຸດພົ້ນອອກຈາກວິກິດການ
ຜູ້ແຫ່ຂະບວນປະທ້ວງຢູ່ນະຄອນຫຼວງ ບັງກອກ
(ພາບ:ສຳນັກຂ່າວສານ ຊິນຮວາ /TTXVN)
(vovworld) – ເມື່ອຕອບສຳພາດຕໍ່ບັນດານັກຂ່າວຕ່າງປະເທດ, ທ່ານນາຍົກລັດຖະມົນຕີ ໄທຄົນໃໝ່ ນິວັດທຳຣົງ ບຸນຊົງໄພສານ ຖະແຫຼງວ່າ: ລັດຖະບານຊົ່ວຄາວຈະພະຍາຍາມຈົດສຸດຄວາມສາມາດຂອງຕົນເພື່ອດຳເນີນການເລືອກຕັ້ງໃນທົ່ວປະເທດ. ທ່ານກໍ່ໃຫ້ຮູ້ວ່າ: ລັດຖະບານ “ສ້າງເງື່ອນໄຂໂອ້ລົມສົນທະນາກັບຜູ້ແຫ່ຂະບວນປະທ້ວງ”, ແຕ່ຕ້ອງ “ໂອ້ລົມສົນທະນາຢ່າງຈິງໃຈ”. ທ່ານນາຍົກລັດຖະມົນຕີ ນິວັດທຳຣົງ ຍັງຖືວ່າ: ເສີກກາງເມືອງຈະບໍ່ເກີດຂຶ້ນຢູ່ “ປະເທດວັດຄຳ” ຍ້ອນວ່າລັດຖະບານພວມບໍລິຫານດີພໍສົມຄວນໃນສະພາບທີ່ບັນດາການແຫ່ຂະບວນປະທ້ວງຂອງກຳລັງຝ່າຍຄ້ານພວມດຳເນີນຢ່າງຕໍ່ເນື່ອງ. ຕາມທ່ານ ນິວັດທຳຣົງ ແລ້ວ, ທຸກໆຝ່າຍກ່ຽວຂ້ອງ, ເຊິ່ງລວມມີລັດຖະບານ, ບັນດາພັກຝ່າຍການເມືອງ, ບັນດາຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານ ກໍ່ຄືຝ່າຍ “ເສື້ອແດງ” ສະໜັບສະໜູນ ລັດຖະບານຈະຊອກຫາມາດຕະການແກ້ໄຂວິກິດການທີ່ເໝາະສົມກັບລັດຖະທຳມະນູນ, ກົດໝາຍກໍ່ຄືວິວັດທະນາການປະຊາທິປະໄຕ.