ນາຍົກລັດຖະມົນຕີໄທຖືກປົດຕຳແໜ່ງ
ທ່ານນາງ ຍິ່ງລັກ ຊິນນະວັດ
(vovworld) – ຕອນບ່າຍວັນທີ 7/5, ສານລັດຖະທຳມະນູນ ໄທ ໄດ້ອອກຄຳຕັດສິນ ປົດຕຳແໜ່ງນາຍົກລັດຖະມົນຕີ ໄທ ຂອງທ່ານນາງ ຍິ່ງລັກ ຊິນນະວັດ ໃນກໍລະນີຮ້ອງຟ້ອງ: ທ່ານນາງໄດ້ຍົກຍ້າຍທ່ານເລຂາທິການສະພາປ້ອງກັນຊາດປ້ອງກັນຄວາມສະຫງົບແຫ່ງຊາດ ທະວີນ ປຍນສີ. ສານຖືວ່າ: ທ່ານນາງ ຍິ່ງລັກ ບໍ່ມີຄວາມຍຸຕິທຳ ແລະ ຫາຜົນປະໂຫຍດສ່ວນຕົວເມື່ອມີການກະທຳຄືດັ່ງກ່າວ. ຄຳຕັດສິນຂອງສານ ມີຜົນສັກສິດໃນທັນທີ ແລະ ບໍ່ຕ້ອງດຳເນີນສານອຸທອນ.
ພ້ອມກັບທ່ານນາງ ຍິ່ງລັກ ຍັງມີບັນດາບຸກຄະລາກອນໃນຄະນະລັດຖະບານ ໄທ ເຊິ່ງໄດ້ຮັບດຳເນີນຕຳແໜ່ງແຕ່ເດືອນ 9/2011 - ເຊິ່ງແມ່ນຈຸດເວລາເກີດເຫດດັ່ງກ່າວກໍ່ຖືກປົດຕຳແໜ່ງເຊັນກັນ. ດັ່ງນັ້ນ, ປະຈຸບັນ, ໄທ ຍັງມີລັດຖະບານຊົ່ວຄາວ ດ້ວຍເລື່ອງຮອງນາຍົກລັດຖະມົນຕີທ່ານໜຶ່ງຈະໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ເພື່ອສືບຕໍ່ບໍລິຫານລັດຖະບານ ແລະ ພ້ອມກັບຄະນະກຳມະການເລືອກຕັ້ງແຫ່ງຊາດຈັດຕັ້ງການເລືອກຕັ້ງທົ່ວປະເທດຄາດວ່າຈະຈັດຂຶ້ນໃນວັນທີ 20/7 ຈະມາເຖິງ.
ແລະກໍ່ໃນຕອນບ່າຍວັນທີ 7/5, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າ ນິວັດທຳຣົງ ບຸນຊົງໄພສານ ໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີຊົ່ວຄາວ ຄົນໃໝ່. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງຍຸຕິທຳ ພອງເທບ ເທບກັນຈະນາ ໃຫ້ຮູ້ວ່າ: ລັດຖະບານຊົ່ວຄາວຂອງ ໄທ ກໍ່ພວມຊຸກຍູ້ແຜນການຈັດຕັ້ງການເລືອກຕັ້ງໃນວັນທີ 20/7.