ນາຍົກລັດຖະມົນຕີໄທປະກາດຫ້າມອອກຈາກເຮືອນ ທົ່ວປະເທດຍ້ອນໂລກລະບາດໂຄວິດ-19

(VOVWORLD) -ທ່ານນາຍົກລັດຖະມົນຕີໄທ ປາຢຸດ ຈັນໂອຊາ ໄດ້ປະກາດຫ້າມອອກຈາກເຮືອນທົ່ວປະເທດ

ນາຍົກລັດຖະມົນຕີໄທປະກາດຫ້າມອອກຈາກເຮືອນ ທົ່ວປະເທດຍ້ອນໂລກລະບາດໂຄວິດ-19 - ảnh 1  ທ່ານນາຍົກລັດຖະມົນຕີໄທ ປາຢຸດ ຈັນໂອຊາ

(ພາບ: Khaosad English)

ໃນບົດກ່າວປາໄສທາງໂທລະພາບ ໃນຕອນບ່າຍວັນທີ 02 ເມສາ, ທ່ານນາຍົກລັດຖະມົນຕີໄທ ປາຢຸດ ຈັນໂອຊາ ໄດ້ປະກາດຫ້າມອອກຈາກເຮືອນທົ່ວປະເທດເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19. Curfew ເລີ່ມມີຜົນສັກສິດນັບແຕ່ເວລາ 22 ໂມງຂອງວັນທີ 03 ເມສາ ຈົນຮອດມີແຈ້ງການຕໍ່ໄປ.

        ຕາມນັ້ນແລ້ວ, ປະຊາຊົນຖືກ ຫ້າມບໍ່ໃຫ້ອອກຈາກເຮືອນ, ບ່ອນພັກອາໄສ ນັບແຕ່ເວລາແຕ່ 22 ໂມງ ຈົນຮອດ 4 ໂມງຂອງມື້ຕໍ່ໄປ, ເວັ້ນເສຍແຕ່ຖັນແຖວແພດໝໍ ແລະ ບັນດາຜູ້ມີໜ້າທີ່ສຳຄັນ.

        ຕາມມາດຕາ ທີ 18 ຂອງລັດຖະດຳລັດ ວ່າດ້ວຍສະພາວະສຸກເສີນແລ້ວ, ຜູ້ລະເມີດຂໍ້ກຳນົດດັ່ງກ່າວອາດຈະຖືກລົງໂທດຈຳຄຸກບໍ່ເກີນ 2 ປີ ຫຼືຖືກປັບໄໝ ເງິນຈຳນວນບໍ່ເກີນ 1.200 USD ຫຼື ຖືກປັບໄໝທັງ 2 ຢ່າງນີ້.

        ໃນບົດກ່າວປາໄສຂອງຕົນ, ທ່ານ ປາຢຸດ ຈັນໂອຊາ ໄດ້ຮຽກຮ້ອງໃຫ້ພົນລະເມືອງໄທ ທີ່ພວມອາໄສຢູ່ຕ່າງປະເທດ ຈົ່ງຕິດຕໍ່ກັບສະຖານທູດຂອງປະເທດນີ້ ຖ້າຫາກຢາກກັບເມືອປະເທດ ເພື່ອໃຫ້ລັດຖະບານປະສານງານເລື່ອງກັບເມືອປະເທດຂອງເຂົາເຈົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ