(vovworld) – ວັນທີ 23/04, ທ່ານນາຍົກລັດຖະມົນຕີ ປາກິດສຖານ Nawaz Sharif ໄດ້ໄປປະຕິບັດງານຢູ່ ຊະອຸດີ ອາຣາເບຍ ເປັນເວລາ 1 ວັນ. ແຈ້ງການຂອງຫ້ອງວ່າການນາຍົກລັດຖະມົນຕີ ປາກິດສຖານ ໃຫ້ຮູ້ວ່າ, ຈຸດປະສົງຂອງການຢ້ຽມຢາມ ແມ່ນເພື່ອປຶກສາຫາລືກ່ຽວກັບບັນຫາສົງຄາມຢູ່ Yemen. ຮ່ວມເດີນທາງພ້ອມກັບທ່ານ Sharif ມີຜູ້ບັນຊາການກອງທັບ Raheel Sharif, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Khawaja Asif ແລະ ບັນດາເຈົ້າໜ້າທີ່ຂັ້ນສູງອື່ນອີກຫຼາຍທ່ານຂອງປາກິດສຖານ. ສຳນັກຂ່າວສານທາງການ SPA ຂອງ ຊະອຸດີ ອາຣາເບຍ ໃຫ້ຂ່າວວ່າ, ຄະນະຜູ້ແທນ ປາກິດສຖານ ໄດ້ໄປຮອດສະໜາມບິນທະຫານຢູ່ນະຄອນຫຼວງ Riyadh ແລະ ໄດ້ຮັບການຕ້ອນຮັບຈາກທ່ານລັດຖະມົນຕີວ່າການກະຊວງພາຍໃນ, ເຈົ້າຊາຍ Mohammed bin Nayef ພ້ອມກັບທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດ Mohammed bin Salman ຂອງປະເທດເຈົ້າພາບ.
ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ Sharif ໄດ້ມີການພົບປະເຈລະຈາກັບພະບາດສົມເດັດພະເຈົ້າມະຫາຊີວິດ Salmal ແລະ ເຈລະຈາກັບບັນດາເຈົ້າໜ້າທີ່ຂັ້ນສູງຂອງ ຊະອຸດີ ອາຣາເບຍ.