ນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - GCC ແລະ ຢ້ຽມຢາມ ລາຊະອານາຈັກ ອາຣັບບີ ຊະອຸດິ
(VOVWORLD) - ການເດີນທາງຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມີຄວາມໝາຍສຳຄັນ, ທັງພ້ອມກັບບັນດາປະເທດ ອາຊຽນ ສະແດງທີ່ຕັ້ງໃໝ່, ເອກະລາດ, ສາມັກຄີ, ການພັດທະນາ, ທັງປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍົກສູງປະສິດທິຜົນການຮ່ວມມືລະຫວ່າງ ຫວຽດນາມ ກັບ ອາຣັບບີ ຊະອຸດິ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: chinhphu.vn) |
ວັນທີ 18 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ສະພາຮ່ວມມືເຂດອ່າວເປີເຊຍ (GCC) ແລະ ຢ້ຽມຢາມລາຊະອານາຈັກ ອາຣັບບີ ຊະອຸດິ ແຕ່ວັນທີ 18 - 20 ຕຸລາ, ຕາມຄຳເຊີນຂອງເຈົ້າຊີວິດ ອາຣັບບີ ຊະອຸດິ Salman bin Abdulaziz Al Saud.
ການເດີນທາງຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມີຄວາມໝາຍສຳຄັນ, ທັງພ້ອມກັບບັນດາປະເທດ ອາຊຽນ ສະແດງທີ່ຕັ້ງໃໝ່, ເອກະລາດ, ສາມັກຄີ, ການພັດທະນາ, ທັງປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍົກສູງປະສິດທິຜົນການຮ່ວມມືລະຫວ່າງ ຫວຽດນາມ ກັບ ອາຣັບບີ ຊະອຸດິ. ຜ່ານນັ້ນ, ປະກອບສ່ວນປັບປຸງສາຍພົວພັນຮ່ວມມືລະຫວ່າງສອງອົງການສຳຄັນແຖວໜ້າຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ເຂດອ່າວເປີເຊຍ, ຊຸກຍູ້ການຮ່ວມມື, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍົກສູງປະສິດທິຜົນການຮ່ວມມືລະຫວ່າງ ຫວຽດນາມ - ອາຣັບບີ ຊະອຸດິ.