ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ ​ອອກ​ບັນ​ດາ​ຄຳ​ສັ່ງສະ​ບັບ​ໃໝ່​ເພື່ອ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19

(VOVWORLD) -ເພື່ອສືບຕໍ່ສະກັດກັ້ນ ແລະ ຄວບຄຸມໂລກລະບາດ Covid – 19, ທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin ຫາກໍ່ອອກບັນດາຄຳສັ່ງສະບັບໃໝ່ໃຫ້ບັນດາກະຊວງ ແລະ ບັນດາອົງການສະເພາະກິດປະຕິບັດ.

ຕາມນັ້ນແລ້ວ, ກະຊວງສາທາລະນະສຸກ ຕ້ອງສົ່ງບັນດາຄົນເຈັບທີ່ພວມປິ່ນປົວຢູ່ຮາກຖານສາທາລະນະສຸກສະຫະພັນບາງແຫ່ງໄປຍັງບັນດາຫ້ອງກວດພະຍາດແຫ່ງຕ່າງໆ, ເຊິ່ງເປັນບ່ອນທີ່ໄດ້ຮັບການ ປະກອບອຸປະກອນຄືນ ສຳລັບຜູ້ຕິດເຊື້ອໄວຣັດ SARS – CoV- 2. ກະຊວງສາທາລະນະສຸກ ພ້ອມກັບອົງການຄວບຄຸມ ແລະ ປົກປ້ອງການບໍລິໂພກ, ກໍ່ຄືບັນດາການນຳຂັ້ນສູງສຸດຢູ່ບັນດາອົງການຂອງລັດເຊຍ ຕ້ອງຮັບປະກັນຈຳນວນພະນັກງານການແພດທີ່ຈຳເປັນຂອງບັນດາອົງການສາທາລະນະສຸກ ເພື່ອໜູນຊ່ວຍໃຫ້ແກ່ບັນດາຄົນເຈັບຕິດເຊື້ອໄວຣັດ SARS – CoV – 2.

ກະຊວງຖະແຫຼງຂ່າວ - ການສື່ສານ ແລະ ກະຊວງການຕ່າງປະເທດ ຕ້ອງສ້າງລະບົບຂໍ້ມູນຂ່າວສານທີ່ເປັນເອກະພາບເພື່ອຢັ້ງຢືນຊື່ ແລະ ນາມສະກຸນ ຂອງບັນດາພົນລະເມືອງ ທີ່ພວມກັບເມືອລັດເຊຍ. ກະຊວງສາທາລະນະສຸກ ແລະ ກະຊວງການເງິນ ໄດ້ຮັບຄຳສັ່ງສະເໜີຮ່າງກົດໝາຍ ວ່າດ້ວຍການຈັດແບ່ງ ເງິນຈາກງົບປະມານແຫ່ງ ສະຫະພັນ. ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບໜ້າທີ່ ບຸລິມະສິດຮັບປະກັນບັນດາອຸປະກອນປ້ອງກັນ ໃຫ້ແກ່ບັນດາຮາກຖານສາທາລະນະສຸກ ແລະ ບັນດາອົງການທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ