ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ |
(vovworld)- ຕອນເຊົ້າວັນທີ 15/10, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ ໄດ້ເປັນປະທານກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດໃນຂອບເຂດທົ່ວປະເທດ ເພື່ອຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດໄລຍະ 2016-2020. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງວຽກງານຫຼຸດຜ່ອນຄວາມທຸກຍາກໄດ້ບັນລຸປະສິດທິຜົນສູງ ຂະນະທີ່ໃນປີ 1993, ທົ່ວປະເທດມີເຖິງ 58%ຄອບຄົວທຸກຍາກ, ແຕ່ຮອດປີ 2015 ໄດ້ຫຼຸດລົງເຫຼືອພຽງ 4,25% ຕາມມາດຖານເກົ່າເທົ່ານັ້ນ. ດ້ວຍຄາດໝາຍໄລຍະ 2016-2020 ແມ່ນຫຼຸດຜ່ອນຄອບຄົວຄວາມທຸກຍາກແຕ່ 1 ຫາ 1,5%, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊີ້ໃຫ້ເຫັນໜ້າທີ່ໃນໄລຍະທີ່ຈະເຖິງ ແມ່ນຕ້ອງຍູ້ແຮງການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ມີນະໂຍບາຍພິເສດເພື່ອຫຼຸດຜ່ອນຄວາມທຸກຍາກໃນໝູ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໃຫ້ໄວກວ່າ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ :
“ ໂຄສະນາເພື່ອໃຫ້ສັງຄົມຕ້ອງກະທຳເພື່ອຄົນທຸກຍາກ, ເອົາໃຈໃສ່ເຖິງຄົນທຸກຍາກ. ທີ 2 , ໂຄສະນາແມ່ນເພື່ອຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກຂອງປະຊາຊົນ ແລະ ທ້ອງຖິ່ນ. 2 ສິ່ງນີ້ຕຶ້ງໄປຄຽງຄູ່ນຳກັນ, ບໍ່ພຽງແຕ່ນູນຊ່ວຍລ້າໆເທົ່ານັ້ນ. ຊາດໜຶ່ງ, ທ້ອງຖິ່ນໜຶ່ງຕ້ອງມີ ຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ. ທີ 3 ໂຄສະນາແມ່ນເພື່ອການອອກແຮງງານຢ່າງມີປະສິດທິຜົນ, ດຸໝັ້ນຂະຫຍັນພຽນເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີ ”