(VOVWORLD) -ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ: ຫວຽດນາມ ປາດຖະໜາຢາກຮ່ວມມືກັບ ອາເມລິກາ ໃນທຸກໆຂົງເຂດ ແລະ ຊົມເຊີຍບັນດານັກລົງທຶນ ອາເມລິກາ ຊອກຮູ້ ກາລະໂອກາດລົງທຶນ ດຳເນີນທຸລະກິດ ຢູ່ ຫວຽດນາມ.
ທ່ານນາງ Monica Whaley ແລະ ທ່ານ ຫງວຽນຊວນຟຸກ |
ຕອນບ່າຍວັນທີ 7 ພະຈິກ, ຢູ່ນະຄອນ ດ່ານັ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບການນຳບັນດາກຸ່ມບໍລິສັດ ແລະ ວິສາຫະກິດ ຂຶ້ນກັບສະຫະພັນວິສາຫະກິດ ອາເມລິກາ APEC (NCAPEC) ໂດຍທ່ານນາງ Monica Whaley, ປະທານ NCAPEC, ນຳໜ້າ.
ນະທີ່ນີ້, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ: ຫວຽດນາມ ປາດຖະໜາຢາກຮ່ວມມືກັບ ອາເມລິກາ ໃນທຸກໆຂົງເຂດ ແລະ ຊົມເຊີຍບັນດານັກລົງທຶນ ອາເມລິກາ ຊອກຮູ້ ກາລະໂອກາດລົງທຶນ ດຳເນີນທຸລະກິດ ຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ສະຫະພັນວິສາຫະກິດ ອາເມລິກາ ປະກອບສ່ວນເຂົ້າການພົວພັນ 2 ປະເທດ ຜ່ານການຊຸກຍູ້ບັນດາການຮ່ວມມືການຄ້າ ແລະ ການລົງທຶນ; ຖ່າຍທອດເຕັກໂນໂລຢີ, ຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການຄ້າ - ການລົງທຶນລະຫວ່າງວິສາຫະກິດ 2 ປະເທດ.
ສ່ວນທ່ານນາງ ປະທານ NCAPEC Monica Whaley ຕີລາຄາສູງສະພາບການລົງທຶນດຳເນີນທຸລະກິດ ຂອງ ຫວຽດນາມ ແລະ ປາດຖະໜາຢາກລົງທຶນຍາວນານຢູ່ ຫວຽດນາມ. ຜູ້ຕາງໜ້າບາງວິສາຫະກິດ ໃຫ້ຮູ້ວ່າ ພວມມານະພະຍາຍາມກາຍເປັນຂົວເຊື່ອມຕໍ່ເພື່ອດຶງດູດຫຼາຍວິສາຫະກິດ ອາເມລິກາ ລົງທຶນເຂົ້າ ຫວຽດນາມ ກ່ວາອີກ, ໃນນັ້ນ ມີການແນະນຳ ກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ຢ່າງສະດວກຂອງ ຫວຽດນາມ ເຖິງບັນດານັກລົງທຶນ ອາເມລິກາ.