(VOVWORLD) -ຕອນບ່າຍວັນທີ 22 ກຸມພາ, ທີ່ ຕາແສງ ເງ້ຍເຊີນ, ເມືອງ ເງຍດ່ານ, ແຂວງເງ້ອ່ານ, ທ່ານນານົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ປຸກລະດົມ ວັນບຸນປູກຕົ້ນໄມ້ເພື່ອຮູ້ບຸນຄຸນ ປະທານໂຮ່ຈີມິນຕະຫຼອດການ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີກອງປຸກລະດົມ ວັນບຸນປູກຕົ້ນໄມ້ ປີ 2019 |
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕີກອງປຸກລະດົມ ວັນບຸນປູກຕົ້ນໄມ້ ປີ 2019 ຢູ່ແຂວງ ເງ້ອານ ພ້ອມກັບການນຳບາງກະຊວງ, ຂະແໜງການ, ການນຳແຂວງເງ້ອານ ແລະ ປະຊາຊົນທ້ອງຖິ່ນ. ໃນເຫດການດັ່ງກ່າວໄດ້ປູກຕົ້ນໄມ້ 3.500 ຕົ້ນ.
ແລະກໍ່ໃນເມືອງເງ້ຍດ່ານ, ທ່ານນາຍົກລັດຖະມົນຕີ ໄດ້ລົງຢ້ຽມຢາມຮູບແບບຜະລິດກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ, ການລ້ຽງງົວພັນນົມ, ປຸງແຕ່ງນ້ຳນົມ ແລະ ເຂົ້າຮ່ວມພິທີມອບຫຼຽນໄຊແຮງງານຊັ້ນສອງໃຫ້ແກ່ບໍລິສັດຫຸ້ນສ່ວນນ້ຳນົມ TH, ເຂົ້າຮ່ວມພິທີໄຂໂຮງງານຜະລິດນ້ຳບໍລິສຸດ, ຢາສະໝຸນໄພ ແລະ ໝາກໄມ້ພູ ຕຽນຂອງກຸ່ມບໍລິສັດ TH. ຕາງໜ້າການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນສອງໃຫ້ແກ່ບໍລິສັດຫຸ້ນສ່ວນອາຫານນົມ TH,ເຊິ່ງເປັນລາງວັນອັນສູງສົ່ງຂອງພັກ, ລັດ, ຮັບຝັງບັນດາຄວາມມານະພະຍາຍາມ ແລະ ອຸທິດສ່ວນຂອງ ບໍລິສັດ ແລະ ກຸ່ມບໍລິສັດ TH ໃນຕະຫຼອດການເຄື່ອນໄຫວເປັນເວລາ 9 ປີ.