(VOVWORLD) - ວັນທີ 8 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີພົບພົບປະ, ເຮັດວຽກກັບກຸ່ມບັນດານັກລົງທຶນພາກພື້ນ ອາຊີ - ປາຊີຟິກ ເຊິ່ງລວມມີ: ຍີ່ປຸ່ນ, ອາເມລິກາ, ນິວຢີແລນ, ໂຮງກົງ (ປະເທດຈີນ), ສິງກະໂປ, ໄທ…
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະບາງນັກລົງທຶນພາກພື້ນ ອາຊີ - ປາຊີຟິກ |
ເມື່ອແລກປ່ຽນກ່ຽວກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ບັນດາການລົງທຶນ ຕີລາຄາສູງສະພາບການພັດທະນາເສດຖະກິດ ສັງຄົມຂອງ ຫວຽດນາມ; ພ້ອມກັນນັ້ນ ຢືນຢັນຈະສືບຕໍ່ເຂົ້າມາລົງທຶນຢູ່ ຫວຽດນາມ ພາຍໃຕ້ຫຼາຍຮູບແບບການລົງທຶນໂດຍກົງ ແລະ ລົງທຶນຊື້ຫຸ້ນ.
ບັນດານັກລົງທຶນກໍ່ໄດ້ຍົກອອກບາງຂໍ້ສະເໜີແນະ ຕໍ່ວິວັດທະນາການພັດທະນາຂອງ ຫວຽດນາມ ຄື ພັດທະນາພະລັງງານສະອາດປະເພດຕ່າງໆ, ທ່າອ່ຽງຂອງອະນາຄົດ… ໃນສະພາບການປະຕິວັດ ອຸດສາຫະກຳ 4.0, ຫວຽດນາມ ກໍ່ຕ້ອງສຸມໃສ່ພັດທະນາເສດຖະກິດດີຈີຕອນ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.
ໂດຍຮັບຮູ້ບັນດາຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຈະສືບຕໍ່ສ້າງລັດຖະບານສັດຊື່ບໍລິສຸດ, ສ້າງສັນ, ພັດທະນາ, ກະທຳ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ.