ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງສຳນັກງານສະຖານທູດ ຫວຽດນາມ ໃໝ່ປະຈຳ ອິນເດຍ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ເລື່ອງສ້າງກິດຈະກຳສຳນັກງານ ແລະ ເຮືອນຢູ່ໃໝ່ຈະສ້າງເງື່ອນໄຂສະດວກໃຫ້ແກ່ພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ອິນເດຍ 

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງສຳນັກງານສະຖານທູດ ຫວຽດນາມ ໃໝ່ປະຈຳ ອິນເດຍ - ảnh 1

າຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງສຳນັກງານສະຖານທູດ ຫວຽດນາມ ໃໝ່ປະຈຳ ອິນເດຍ

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງ ອາຊຽນ - ອິນເດຍ, ຕອນເຊົ້າວັນທີ 25 ມັງກອນ, ຢູ່ນະຄອນຫຼວງ ນີວແດນລີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງສຳນັກງານສະຖານທູດ ຫວຽດນາມ ປະຈຳ ອິນເດຍ. ເຂດກໍ່ສ້າງສຳນັກງານສະຖານທູດ ຫວຽດນາມ ປະຈຳ ອິນເດຍ ມີເນື້ອທີ່ກ້ວາງ 3.450 ຕາແມັດ ຢູ່ນະຄອນຫຼວງ ນີວແດນລີ, ກໍ່ສ້າງເປັນສຳນັກງານ ແລະ ເຮືອນຢູ່ໃຫ້ແກ່ພະນັກງານສະຖານທູດ ຫວຽດນາມ ປະຈຳ ອິນເດຍ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ເລື່ອງສ້າງກິດຈະກຳສຳນັກງານ ແລະ ເຮືອນຢູ່ໃໝ່ຈະສ້າງເງື່ອນໄຂສະດວກໃຫ້ແກ່ພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ອິນເດຍ ປະຕິບັດສຳເລັດໜ້າທີ່ການທູດ, ສຸມໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດພັດທະນາຢ່າງແຮງກ່ວາ. ທ່ານນາຍົກລັດຖະມົນຕີສະແດງຄວາມປາດຖະໜາວ່າ, ລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງ ອິນເດຍ, ສະພານະຄອນ ນີວແດນລີ ສືບຕໍ່ເອົາໃຈໃສ່, ຊ່ວຍເຫຼືອ ແລະ ສ້າງເງື່ອນໄຂເພື່ອໃຫ້ໂຄງການໄດ້ຮັບການຜັນຂະຫຍາຍຖືກກັບຄວາມຄືບໜ້າ ແລະ ຮັບປະກັນຄຸນນະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ