ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳ Formosa ຮ່າຕິ້ງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານການເຮັດວຽກກັບການນຳກຸ່ມບໍລິສັດ Formosa, ການນຳບໍລິສັດເຫຼັກກ້າ ຮືງຫງຽບ Formosa ຮ່າຕິ້ງ ຈຳກັດ (FHS)
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳ Formosa  ຮ່າຕິ້ງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ກຸ່ມບໍລິສັດ Formosa

ໃນຂອບເຂດການປະຕິບັດງານຢູ່ແຂວງ ຮ່າຕີ້ງ, ຕອນເຊົ້າວັນທີ 24 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານການເຮັດວຽກກັບການນຳກຸ່ມບໍລິສັດ Formosa, ການນຳບໍລິສັດເຫຼັກກ້າ ຮືງຫງຽບ Formosa ຮ່າຕິ້ງ ຈຳກັດ (FHS), ເຊິ່ງແມ່ນວິສາຫະກິດທີ່ໄດ້ກໍ່ໃຫ້ເກີດເຫດການສິ່ງແວດລ້ອມຢ່າງໜັກໜ່ວງໃນປີ 2016 ຢູ່ພາກກາງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ໄດ້ຊີ້ແຈ້ງວ່າເຫດການສິ່ງແວດລ້ອມຢູ່ Formosa ຮ່າຕິ້ງ ປີ 2016 ແມ່ນໜັກໜ່ວງທີ່ສຸດ. ພັກ, ລັດ, ແຂວງ ຮ່າຕິ້ງ  ແລະ ບັນດາແຂວງ ໃນເຂດ, ນັບທັງເຈົ້າຂອງລົງທຶນໄດ້ຊີ້ນຳຢ່າງຂ້ຽວຂາດເພື່ອແກ້ໄຂເຫດການນີ້ ແລະ ໃນກ່ວາໜຶ່ງປີຜ່ານມາບັນລຸໄດ້ໝາກຜົນສຳຄັນບາງຢ່າງ. ບໍລິສັດ Formosa ໄດ້ຮັບຜິດຊອບ ແລະ ຂໍໂທດລັດຖະບານ, ປະຊາຊົນ ຫວຽດນາມ ຢ່າງເປີດເຜີຍ, ຊົດເຊີຍຄ່າເສຍຫາຍໃຫ້ປະຊາຊົນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສິ່ງແວດລ້ອມ, ໃຫ້ຄຳໝັ້ນສັນຍາບໍ່ລະເມີດກົດໝາຍດ້ານສິ່ງແວດລ້ອມຄືນໃໝ່. ບໍລິສັດ Formosa ໄດ້ສົ່ງຈຳນວນເງິນຊົດເຊີຍ 500 ລ້ານ USD, ພ້ອມທັງຜັນຂະຫຍາຍບັນດາມາດຕະການແກ້ໄຂການລະເມີດດ້ານສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ