ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແບ່ງປັນວິໄສທັດໃໝ່ຂອງພາກພື້ນແມ່ນ້ຳຂອງ

(VOVWORLD) - ທີ່ວາລະປຶກສາຫາລື, ການນຳບັນດາປະເທດແມ່ນ້ຳຂອງ ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາສຳຄັນຕໍ່ການພັດທະນາ ແລະ ການເຊື່ອມໂຍງຂອງບັນດາປະເທດແມ່ນ້ຳຂອງ” ຜົນກະທົບຂອງການປະຕິວັດອຸດສາຫະກຳ 4.0...
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແບ່ງປັນວິໄສທັດໃໝ່ຂອງພາກພື້ນແມ່ນ້ຳຂອງ - ảnh 1ການນຳບັນດາປະເທດເຈົ້າຮ່ວມກອງປະຊຸມ

ໃນຂອບເຂດກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ 2018, ຕອນບ່າຍວັນທີ 12 ກັນຍາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມດ້ວຍຖານະເປັນຜູ້ບັນລະຍາຍທີ່ວາລະປຶກສາຫາລືກ່ຽວກັບ “ວິໄສທັດໃໝ່ຂອງພາກພື້ນແມ່ນ້ຳຂອງ”. ດ້ວຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen, ທ່ານນາງ ທີ່ປຶກສາແຫ່ງລັດ ມຽນມາ Aung San Suu Kyi ແລະ ທ່ານຮອງນາຍົກລັດຖະມົນຕີ ໄທ ປຣະຈີນ ຈັ່ນຕອງ.

        ທີ່ວາລະປຶກສາຫາລື, ການນຳບັນດາປະເທດແມ່ນ້ຳຂອງ ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາສຳຄັນຕໍ່ການພັດທະນາ ແລະ ການເຊື່ອມໂຍງຂອງບັນດາປະເທດແມ່ນ້ຳຂອງ” ຜົນກະທົບຂອງການປະຕິວັດອຸດສາຫະກຳ 4.0, ການເຊື່ອມຕໍ່ດີຈີຕອນ, ເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ບັນຫາສິ່ງແວດລ້ອມ, ການຄຸ້ມຄອງແຫຼ່ງນ້ຳ… ບັນດາການນຳໄດ້ຕີລາຄາວ່າພາກພື້ນແມ່ນ້ຳຂອງຄວນມານະພະຍາຍາມເສີມຂະຫຍາຍກຳລັງແຮງພາຍໃນ, ທ່າແຮງການຕະຫຼາດ, ຊັບພະຍາກອນມະນຸດໜຸ່ມໃຫ້ມີຄວາມອຸດົມສົມບູນ ເພື່ອຍາດແຍ່ງກາລະໂອກາດ, ຜົນປະໂຫຍດຈາກການປະຕິວັດອຸດສາຫະກຳ 4.0 ເພື່ອແນໃສ່ພັດທະນາໄວ ແລະ ຍືນຍົງກ່ວາອີກ.

        ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາຍົກລັດຖະມົນຕີ ໄດ້ແບ່ງປັນວິໄສທັດກ່ຽວກັບພາກພື້ນແມ່ນ້ຳຂອງ ສັນຕິພາບ, ສະຖຽນລະພາບ, ເຊື່ອມໂຍງ ແລະ ເຊື່ອມຕໍ່, ພັດທະນາແບບຍືນຍົງ; ພ້ອມກັນນັ້ນກໍ່ຕີລາຄາການປະຕິວັດອຸດສາຫະກຳ 4.0 ສ້າງກາລະໂອກາດຢ່າງໃຫຍ່ຫຼວງເພື່ອຊຸກຍູ້ການເຊື່ອມໂຍງຂອງພາກພື້ນແມ່ນ້ຳຂອງ, ໃນນັ້ນ ການເຊື່ອມຕໍ່ຊອັບແວ, ການເຊື່ອມຕໍ່ດີຈີຕອນນັບມື້ນັບມີຄວາມສຳຄັນໃນການເຊື່ອມຕໍ່ເສດຖະກິດ.

        ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ທີ່ບັນດາກອງປະຊຸມຂັ້ນລັດຖະມົນຕີໃນຂອບເຂດກອງປະຊຸມ WEF ASEAN 2018, ຫວຽດນາມ ໄດ້ຍົກອອກຂໍ້ລິເລີ່ມກ່ຽວກັບການເປີດກ້ວາງຮູບແບບການຮ່ວມມືກ່ຽວກັບການເຊື່ອມຕໍ່ເຄືອຂ່າຍໂທລະສັບມືຖືດ້ວຍລາຄາດຽວລະຫວ່າງບັນດາປະເທດ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ໃຫ້ທົ່ວເຂດອະນຸພາກພື້ນແມ່ນ້ຳຂອງ ແລະ ອາຊຽນ ເພື່ອແນໃສ່ກ້າວໄປເຖິງການສ້າງພາກພື້ນອາຊຽນ, ເຊິ່ງເປັນບ່ອນທີ່ປະຊາຊົນໄດ້ຊົມໃຊ້ບັນດາການບໍລິການດີທີ່ສຸດກ່ຽວກັບໂທລະຄົມດ້ວຍຄ່າປ່ຽນລະຫັດສາກົນໃນຂອບເຂດພາກພື້ນ ອາຊຽນເທົ່າກັບຄ່າໂທຫາພາຍໃນລະຫວ່າງບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ