(vovworld) - ຕອນບ່າຍວັນທີ 22/8, ຢູ່ນະຄອນ ໂຮ່ຈີມີນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ການນຳບາງກະຊວງ, ຂະແໜງການສູນກາງລົງເຮັດວຽກກັບຄະນະພັກກອງບັນຊາການທະຫານເຂດ 7 ພ້ອມກັບການນຳບັນດາແຂວງ, ນະຄອນທີ່ກ່ຽວຂ້ອງກ່ຽວກັບສະພາບໜ້າທີ່ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຊີ້ແຈງວ່າໃນໄລຍະຈະມາເຖິງ, ບັນດາແຂວງ, ນະຄອນໃນບໍລິເວນຕ້ອງສົມທົບກັບທະຫານເຂດ 7 ໃນການປະຕິບັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ພັດທະນາເສດຖະກິດເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເໜີໃຫ້ຄະນະພັກ, ກອງບັນຊາການທະຫານເຂດ 7 ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດສ້າງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ... ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໃສໃຈວ່າ: ກຳລັງປະກອບອາວຸດທະຫານເຂດ 7 ສືບຕໍ່ປະຕິບັດວຽກງານຂົນຂວາຍປະຊາຊົນ, ເຂົ້າຮ່ວມຂະບວນການແຂ່ງຂັນ “ກຳລັງປະກອບອາວຸດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່” ຢ່າງມີປະສິດທິຜົນ, ແລະ ກຽມພ້ອມປະຕິບັດໜ້າທີ່ປ້ອງກັນ, ຕ້ານພະຍຸນ້ຳຖ້ວມ, ກູ້ໄພກູ້ຊີບ... ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນໃນບໍລິເວນຍຸດທະສາດທາງພາກໃຕ້ຂອງປະເທດຊາດ.