ນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຈະເຂົ້າຮ່ວມບັນດາກອງປະຊຸມຂັ້ນສູງຢູ່ມຽນມາ
ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ
(ພາບປະກອບ)
(vovworld) - ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຈະນຳໜ້າຄະນະຜູ້ແທນຫວຽດນາມ ເດີນທາງໄປມຽນມາ ເຂົ້າຮ່ວມບັນດາກອງປະຊຸມຂັ້ນສູງຮ່ວມມືກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 7 (CLMV 7) ແລະ ກອງປະຊຸມຂັ້ນສູງຍຸດທະສາດຮ່ວມມືເສດຖະກິດ (ACMECS 6). ບັນດາກອງປະຊຸມຂັ້ນສູງນີ້ຈະດຳເນີນແຕ່ວັນທີ 22-23/6/2015.