ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຊີ້ນຳຮ່າໂນ້ຍສ້າງນະໂຍບາຍພິເສດເພື່ອພັດທະນາເຂດຕົວເມືອງ
(ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ
ເຮັດວຽກກັບການນຳນະຄອນຮ່າໂນ້ຍ)
(vovworld) – ເມື່ອເຮັດວຽກກັບການນຳນະຄອນຮ່າໂນ້ຍ ກ່ຽວກັບສະພາບການເສດຖະກິດສັງຄົມ ແລະ ຜັນຂະຫຍາຍການວາງແຜນຜັງສັງລວມ, ກົນໄກລົງທຶນເສັ້ນທາງ ເຍີດເຕີນ - ໂນ້ຍບ່າຍ. ຕອນເຊົ້າວັນທີ 05/03, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຖືວ່າ, ບັນດາຜົນງານຂອງຮ່າໂນ້ຍໃນໄລຍະຜ່ານມາ ແມ່ນຮອບດ້ານພໍສົມຄວນໃນທຸກຂົງເຂດ. ນີ້ແມ່ນຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງ. ກ່ຽວກັບການປະກາດກົນໄກພິເສດສະເພາະຂອງການປະຕິບັດການວາງແຜນຜັງ ແລະ ກົນໄກນະໂຍບາຍດຶງດູດການລົງທຶນເສັ້ນທາງ ເຍີດເຕີນ - ໂນ້ຍບ່າຍ, ທ່ານນາຍົກລັດຖະມົນຕີ ເຫັນດີໂດຍພື້ນຖານ, ພ້ອມທັງເນັ້ນໜັກເຖິງບັນດາກົນໄກພິເສດສະເພາະ ຕ້ອງອີງໃສ່ຫຼັກການຮັບປະກັນໃຫ້ເໝາະສົມກັບຂໍ້ກຳນົດຂອງກົດໝາຍ ແລະ ສະພາບຕົວຈິງ. ທ່ານນາຍົກລັດຖະມົນຕີຊີ້ນຳໃຫ້ບັນດາສະມາຊິກລັດຖະບານ ຕັ້ງໜ້າສົມທົບກັບຮ່າໂນ້ຍ ສ້າງກົນໄກນະໂຍບາຍພິເສດສະເພາະ ເພື່ອຜັນຂະຫຍາຍການວາງແຜນຜັງ ແລະ ບັນດາໂຄງການພັດທະນາເຂດຕົວເມືອງຢູ່ລຽບຕາມ 2 ພາກທາງບົນພື້ນຖານການກຳນົດຂອງກົດໝາຍ. ເຫັນດີກັບບັນດາຄາດໝາຍເສດຖະກິດສັງຄົມປີ 2015 ເຊິ່ງການນຳຮ່າໂນ້ຍ ໄດ້ວາງອອກ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ຄະນະພັກ, ອຳນາດການປົກຄອງຮ່າໂນ້ຍ ເສີມຂະຫຍາຍຜົນງານທີ່ບັນລຸໄດ້, ສູ້ຊົນປະຕິບັດສຳເລັດໜ້າທີ່, ແຜນການປີ 2015, ຜັນຂະຫຍາຍກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນຢ່າງມີໄຊ, ນຳນະຄອນຫຼວງສືບຕໍ່ພັດທະນາໃຫ້ສົມເປັນຫົວໃຈຂອງທົ່ວປະເທດ.