ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບ ເອກອັກຄະລັດຖະທູດຊູດັງ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບ ເອກອັກຄະລັດຖະທູດຊູດັງ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ
​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ​ຊູ​ດັງ
(ພາບ: chinhphu.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 04/03, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຊູ​ດັງ Sayef Eltayeb Ahmad ​ເຂົ້າ​ຢ້ຽມ​ຂໍ່ານັບ​ຕາມ​ພິທີການ​ທູດ ​ເນື່ອງ​ໃນ​ໂອກາດ​ມາຮັບ​ໜ້າ​ທີ່​ວຽກ​ງານ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີຊີ້​ແຈ້ງວ່າ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ກັບ​ຊູ​ດານ. ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ​ 2 ຝ່າຍ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນບົນ​ເວທີ​ປ​າ​ໄສ​ສະຫະ​ປະຊາ​ຊາດ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ... ຢ່າງ​ແຮງ. ທ່ານ​ນາຍົກລັດຖະມົນຕີຢືນຢັນ​ວ່າ: ລັດຖະບານ ​ແລະ ບັນດາ​ກະຊວງ, ຂະ​ແໜ​ງ​ການ​ຕ່າງໆຂອງ​ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ເອກ​ອັກຄະ​ລັດຖະທູດ​ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

        ທ່ານ​ເອກ​ອັກຄະ​ລັດຖະທູດ​ຊູ​ດັງ Sayef Eltayeb Ahmad ​ໃຫ້​ຮູ້​ວ່າ, ​ໃນ​ເດືອນ 04/2014, 2 ຝ່າຍ​ຈະ​ຈັດກອງປະຊຸມ​ປະສົມ ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິ​​ດ, ການ​ຄ້າ, ການ​ລົງ​ທຶນ...

ຂ່າວ/ບົດ​ອື່ນ