ຕອນເຊົ້າວັນທີ 25/11, ນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູ໋ງ ໄດ້ຕອບຄຳຊັກຖາມໂດຍກົງຂອງ ສສຊ. ບັນດາໝວດບັນຫາທີ່ທ່ານນາຍົກລັດຖະມົນຕີເຕື້ອງເຖິງນັ້ນແມ່ນ ວຽກງານບໍລິຫານ, ປະຕິບັດຫນ້າທີ່ ແຜນການ ປີ 2011-2012 ແລະ ຊຸມປີຕໍ່ໄປ, ບັນຫາສ້າງໂຄງປະກອບເສດຖະກິດຄືນໃຫມ່ ແລະ ບັນດາມາດຕະການ, ການບູລິມະສິດຊຸກຍູ້ການພັດທະນາກະສິກຳ, ຊົນນະບົດ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ: ລັດຖະບານພວມຊີ້ນຳການຜັນຂະຫຍາຍຫລາຍມາດຕະການເພື່ອຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ. ນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ໃຫ້ຮູ້ວ່າ: ລັດຖະບານຈະມີຫລາຍມາດຕະການເພື່ອແກ້ໄຂຄວາມຫຍູ້ງຍາກໃຫ້ແກ່ວິສາຫະກິດ. ນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງເນັ້ນຫນັກວ່າ:
“ຕ້ອງເຮັດຈົນສຸດຄວາມສາມາດເພື່ອຄວບຄຸມໄພເງິນເຟີ້, ຫລຸດຜ່ອນອັດຕາດອກເບ້ຍໃຫ້ກູ້ຢືມ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດສຳພັດກັບແຫລ່ງທຶນຮອນ, ຫລຸດຜ່ອນລາຍຈາຍການລົງທຶນ, ໃຫ້ບູລິມະສິດສິນເຊື່ອ, ຮັບໃຊ້ການສົ່ງອອກ, ຮັບໃຊ້ການຜະລິດ ເປັນຕົ້ນແມ່ນການຜະລິດກະສິກຳ. ນີ້ແມ່ນມາດຕະການຕົ້ນຕໍ. ລັດຖະບານຈະແກ່ຍາວການກຳນົດເວລານະໂຍບາຍຫນູນຊ່ວຍພາສີອາກອນ ພ້ອມທັງຍົກເວັ້ນອາກອນໃຫ້ແກ່ວິສາຫະກິດ. ແລະສະເໜີໃຫ້ສະພາແຫ່ງຊາດພິຈາລະນາເລື່ອງຍົກເວັ້ນ, ຫລຸດຜ່ອນອາກອນໃຫ້ແກ່ວິສາຫະກິດ. ສືບຕໍ່ປະຕິບັດບັນດາມາດຕະການເປີດກວ້າງຕະຫລາດພາຍໃນ ແລະ ຕ່າງປະເທດ, ເພີ່ມການສົ່ງອອກຢ່າງໄວ, ຊາວຫວຽດນາມ ໃຫ້ບູລິມະສິດນຳໃຊ້ສິນຄ້າຂອງຫວຽດນາມ.“
ນາຍົກລັດຖະມົນຕີຍັງໃຫ້ຮູ້ວ່າ: ລັດຖະບານພວມສຸມໃສ່ສ້າງໂຄງປະກອບການລົງທຶນຂອງລັດຄືນໃຫມ່, ແກ້ໄຂສະພາບການລົງທຶນແບບກະຈັດກະຈາຍ, ກໍ່ຄວາມຮົ່ວໄຫລ ແລະໂຄງການໃຫມ່ຕ້ອງມີການຕິດຕາມກວດກາ ຮັບປະກັນປະສິດທິຜົນການລົງທຶນ. ປະຕິບັດແຜນນະໂຍບາຍສ້າງໂຄງປະກອບລັດວິສາຫະກິດຄືນໃຫມ່ ຈຸດປະສົງແມ່ນເພື່ອຍົກສູງປະສິດທິຜົນການເຄື່ອນໄຫວ, ນັ້ນແມ່ນຫນຶ່ງໃນ 3 ເນື້ອໃນສຳຄັນໃນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງໄດ້ເນັ້ນຫນັກວ່າ:
“ຄວນກຳນົດຢ່າງຈະແຈ້ງພາລະບົດບາດຂອງວິສາຫະກິດ ແລະ ລັດວິສາຫະກິດໃນພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ, ສະຫລູບຮູບແບບເຄື່ອນໄຫວ, ກຳນົດຢ່າງຈະແຈ້ງຂອບເຂດການເຄື່ອນໄຫວຂອງລັດວິສາຫະກິດ, ພິຈາລະນາແຜນຮ່າງອະນຸມັດແຕ່ລະກຸ່ມບໍລິສັດ, ບໍລິສັດໃຫຍ່ແຫ່ງລັດໃນປີ 2011. ຍູ້ແຮງການຫັນເປັນຫຸ້ນສ່ວນ.“
ໃນການພັດທະນາກະສິກຳ ແລະ ຊົນນະບົດ, ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ: ໃນໄລຍະ 5 ປີ ຄືແຕ່ປີ 2004- 2008, ລັດບູລິມະສິດຈັດແບ່ງຈຳນວນທຶນ 181.000 ຕຶ້ດົງໃຫ້ແກ່ກະສິກຳ, ຊົນນະບົດ./.