(vovworld) - ໂດຍໄດ້ຮັບຄຳເຊື້ອເຊີນຈາກກະສັດ ບຣຸໄນ Hassanal Bolkiah, ວັນທີ 24/4, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ ໄປ ບຣຸໄນ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 22. ດ້ວຍຫົວຂໍ້ວ່າ: “ປະຊາຊົນຂອງພວກເຮົາ, ອະນາຄົດຂອງພວກເຮົາ”, ກອງປະຊຸມຄັ້ງນີ້ສຸມໃສ່ປຶກສາຫາລືກ່ຽວກັບເລື່ອງຍູ້ແຮງການຮ່ວມມື, ສ້າງປະຊາຄົມ ອາຊຽນ, ເພີ່ມທະວີການເຊື່ອມຕໍ່ພາຍໃນກຸ່ມ, ຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືກໍ່ຄືແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້ດ້ວຍຈິດໃຈ “ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ”, ສືບຕໍ່ເສີມຂະຫຍາຍບັນດາໝາກຜົນຕັ້ງໜ້າທີ່ບັນລຸໄດ້ໃນໄລຍະຜ່ານມາ, ຄຽງຄູ່ກັບບັນດາປະເທດ ອາຊຽນ ແລະ ປະທານ ອາຊຽນ ບຣຸໄນ ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມສຸດຍອດ.
ຕອນບ່າຍວັນດຽວກັນ,ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງໄດ້ໄປຮອດ ນະຄອນຫລວງ BandarBegawan
ຂອງປະເທດບຣູໄນ. ຕາມແຜນການຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 22, ທ່ານນາຍົກລັດຖະມົນຕີ
ຫງວຽນເຕີນຢູງ ມີການເຮັດວຽກກັບການນຳບັນດາປະເທດ ອາຊຽນໃນຕອນຄຳ່ວັນທີ 24/4 ແລະ ເຂົ້າຮ່ວມວາລະປະຊຸມວົງແຄບໃນວັນທີ 25/4/2013. ທີ່ກອງປະຊຸມສຸດຍອດຄັ້ງນີ້, ຄາດວ່າ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງແລະການນຳບັນດາປະເທດສະມາຊິກອາຊຽນ ຈະປຶກສາຫາລືກ່ຽວກັບບັນຫາບຸລິມະສິດ
ຂອງອາຊຽນໃນປີ2013,ຊີ້ນຳບັນດາມາດຕະການຊຸກຍູ້ການສ້າງປະຊາຄົມອາຊຽນແລະ ການກຳນົດທິດອະນາຄົດ
ຂອງອາຊຽນ ກໍຄືເປີດກວ້າງການພົວພັນການຕ່າງປະເທດ ແລະ ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ. ພ້ອມກັນນັ້ນ ບັນດາການນຳອາຊຽນ ຈະປຶກສາຫາລືບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.