(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ສປປ ລາວ ທອງສິງ ທຳມະວົງ, ຕອນເຊົ້າວັນທີ 12/03, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເດີນທາງອອກຈາກຮ່າໂນ້ຍ ໄປນະຄອນຫຼວງວຽກຈັນ, ລາວ, ເພື່ອເຂົ້າຮ່ວມບັນດາກອງປະຊຸມຂັ້ນສູງຢູ່ລາວ.
ໃນວັນທີ 12/03, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ເປັນປະທານຈັດຕັ້ງກອງປະຊຸມຂັ້ນສູງເຂດຫຼ່ຽມ 3 ພັດທະນາ ກຳປູເຈຍ, ລາວ, ຫວຽດນາມ ຄັ້ງທີ 7. ນີ້ແມ່ນກອງປະຊຸມຂັ້ນສູງຖືກຈັດຂຶ້ນ 2 ປີເທື່ອໜຶ່ງ ດ້ວຍການເຂົ້າຮ່ວມຂອງນາຍົກລັດຖະມົນຕີ 3 ປະເທດ. ບັນດາການນຳຈະສຳຫຼວດກວດຄືນການຜັນຂະຫຍາຍຂໍ້ຕົກລົງຕ່າງໆເຊິ່ງກອງປະຊຸມຄັ້ງທີ 6 ໄດ້ອະນຸມັດຜ່ານ, ພ້ອມທັງສະເໜີບາງທິດທາງໃຫຍ່ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ 3 ປະເທດໃນເຂດ 3 ຫຼ່ຽມພັດທະນາ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຍັງເຂົ້າຮ່ວມກອງປະຊຸມຂັ້ນສູງການຮ່ວມມືລະຫວ່າງ ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ ຄັ້ງທີ 6, ປຶກສາຫາລືບັນດາຂົງເຂດຮ່ວມມືຢ່າງລະອຽດໃນຂອບເຂດການຮ່ວມມືລະຫວ່າງ 4 ປະເທດທີ່ກ່ຽວຂ້ອງ.
ຕໍ່ຈາກນັ້ນ, ວັນທີ 13/03, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຈະເຂົ້າຮ່ວມກອງປະຊຸມຂັ້ນສູງຍຸດທະສາດຮ່ວມມືດ້ານເສດຖະກິດ Ayeawadi – Chao Phreaya – Mekong ຄັ້ງທີ 5 (ACMECS 5). ສິ້ນສຸດບັນດາກອງປະຊຸມຂັ້ນສູງສຳຄັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຈະໄປຢ້ຽມຢາມ ແລະ ເຮັດວຽກຢູ່ບາງແຂວງທາງທິດເໜືອຂອງລາວ.