(vovworld) – ຕອນເຊົ້າວັນທີ 21/09, ກ່າວຄຳເຫັນທີ່ພິທີນຳເສັ້ນທາງຄວາມໄວສູງ ໂນ້ຍບາຍ - ລາວກາຍ ເຂົ້າໃຊ້ການ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ເນັ້ນໜັກວ່າ, ເສັ້ນທາງຄວາມໄວສູງ ໂນ້ຍບາຍ - ລາວກາຍ ແມ່ນເສັ້ນທາງຄວາມໄວສູງຍາວ, ມີຂອບຂະໜາດໃຫຍ່ກວ່າໝູ່ ແລະ ທັນສະໄໝ່ທີ່ສຸດຂອງຫວຽດນາມ ໃນປະຈຸບັນ. ເສັ້ນທາງດັ່ງກ່າວມີຄວາມໝາຍສຳຄັນພິເສດກ່ຽວກັບເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ບໍ່ພຽງແຕ່ສຳລັບລາວກາຍ, ອຽນບ໋າຍ, ຟຸທ້ໍ, ວິ້ງຟຸກ, ຮ່າໂນ້ຍ ແລະ ເຂດຕາເວັນຕົກພາກເໜືອ ເທົ່ານັ້ນ, ຫາກຍັງທົ່ວປະເທດອີກດ້ວຍ, ພ້ອມທັງມີຄວາມໝາຍສຳຄັນໃນການຮ່ວມມືອະນຸພາກພື້ນແມ່ນນ້ຳຂອງ ເປີດກວ້າງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ.
“ບັນດາແຂວງໃນເຂດລ້ວນແຕ່ໄດ້ເຊື່ອມຕໍ່ກັບເສັ້ນທາງຄວາມໄວສູງນີ້ຢ່າງສະດວກ ເພື່ອມີເງື່ອນໄຂພັດທະນາເສດຖະກິດ, ສັງຄົມ, ເສີມຂະຫຍາຍປະສິດທິຜົນຂອງເສັ້ນທາງຄວາມໄວສູງຢ່າງສິ້ນຊິ່ງ, ຍາດແຍ່ງກາລະໂອກາດເສັ້ນທາງຄວາມໄວສູງໂນ້ຍບາຍ - ລາວກາຍ ນຳເຂົ້າໃຊ້ການ, ເພື່ອແນໃສ່ຂຸດຄົ້ນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະທ້ອງຖິ່ນ ນັບທັງທາງດ້ານກະສິກຳ, ອຸດສາຫະກຳ ແລະ ການບໍລິການ. ນີ້ແມ່ນເງື່ອນໄຂໃໝ່ເພື່ອໃຫ້ບັນດາທ້ອງຖິ່ນວາງແຜນສັງລວມຄືນໃໝ່, ປັບປຸງແຜນກຳນົດສັງລວມ ແລະ ມີຍຸດທະສາດ, ແຜນການພັດທະນາຢ່າງເໝາະສົມ, ມີປະສິດທິຜົນ, ຂຸດຄົ້ນຄວາມສາມາດບົ່ມຊ້ອນທ່າໄດ້ປຽບຂອງຕົນ ເພື່ອພັດທະນາເສດຖະກິດຂອງທ້ອງຖິ່ນຢ່າງໄວ, ໝັ້ນຄົງກ່ວາ, ປະກອບສ່ວນປົວແປງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ”.
ໂຄງການເສັ້ນທາງຄວາມໄວສູງ ໂນ້ຍບາຍ - ລາວກາຍ ນອນໃນໂຄງການຮ່ວມມືລະຫວ່າງ 6 ປະເທດອານຸພາກພື້ນແມ່ນນ້ຳຂອງຄື: ຫວຽດນາມ, ລາວ, ກຳປູເຈຍ, ໄທ, ມຽນມາ ແລະ ຈີນ. ກິດຈະກຳສຳຄັນດັ່ງກ່າວນຳເຂົ້າໃຊ້ການຈະເປີດກາລະໂອກາດພັດທະນາເສດຖະກິດສັງຄົມໃຫ້ບັນດາທ້ອງຖິ່ນເຂດຕາເວັນຕົກພາກເໜືອ ແລະ ທົ່ວປະເທດ, ເປັນການຕະຕຸກຊຸກຍູ້ການເຕີບໂຕ ແລະ ຊຸກຍູ້ການພັດທະນາການທ່ອງທ່ຽວ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ເຂົ້າຮ່ວມພິທີຕັດແຖບຜ້າໂຮງງານຂາງເຫຼັກກ້າລາວກາຍ. ໂຄງການດັ່ງກ່າວແມ່ນສັນຍາລັກ ທີ່ລະອຽດໃນພັວພັນມິດຕະພາບລະຫວ່າງ ຫວຽດນາມ - ຈີນ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາຝ່າຍຮ່ວມທຸລະກິດບົນຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ, ສືບຕໍ່ຄຸ້ອມຄອງ, ເຄື່ອນໄຫວ, ຂຸດຄົ້ນຢ່າງມີປະສິດທິຜົນ, ຕອບສະນອງຄວາມຕ້ອງການເຫຼັກກ້າໃນທ້ອງຕະຫຼາດ, ພ້ອມທັງປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດຢ່າງແທດຈິງ.