ນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ ເຮັດວຽກຢູ່ນະຄອນໂຮ່ຈິມິນ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ ເຮັດວຽກຢູ່ນະຄອນໂຮ່ຈິມິນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ
ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງນະຄອນ​ໂຮ່ຈິ​ມິນ
(ພາບ: chinhphu.vn)


(vovworld) -     ວັນ​ທີ 18/12, ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸ້ງ ພ້ອມ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງຫາ​ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ວູ້ວັນ​ນິງ ​ແລະ ບັນດາ​ກຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງນະຄອນ​ໂຮ່ຈິ​ມິນ, ສະຫະ​ສະມາຄົມ​ອະສັງຫາລິມະ​ຊັບ​ນະຄອນ ​ແລະ ການ​ນຳ​ບັນດາ​ທະນາຄານ​ການ​ຄ້າ ​ເພື່ອ​ແນ​ໃສ່ຊອກ​ຫາ​ມາດ​ຕະການ​ຕ່າງໆ​ແກ້​ໄຂ​ຄວາມ​ຫຍ້ງຍາກ​ໃຫ້​ຕະຫຼາດ​ອະສັງຫາລິມະ​ຊັບ ​ແລະ ​ແກ້​ໄຂ​ໜີ້​ເສຍ.

        ກ່າວ​ຄຳ​ເຫັນ​ສະຫຼຸບ​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ ຢືນຢັນ​ວ່າ, ລັດຖະບານ​ຈະ​ສຸມ​ໃສ່​ແກ້​ໄຂ​ບັນຫາ​ນີ້​ນັບ​ແຕ່​ຕົ້ນ​ປີ 2013 ດ້ວຍ​ບັນດາມາດ​ຕະການ​ສັງ​ລວມ ​ແລະ ຄົບ​ຊຸດ ນັບ​ທັງ​ໄລຍະ​ຕໍ່ໜ້າ​ກໍ​ຄື​ໃນ​ໄລຍະ​ຍາວນານ. ພ້ອມ​ກັບ​ການ​ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂສະດວກ​ຂອງ​ລັດ, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຖື​ວ່າ, ບັນດາ​ນັກ​ລົງທຶນ​ກໍ​ຕ້ອງສ້າງ​ໂຄງ​ປະກອບ​ດ້ວຍ​ຕົນ​ອງ, ປັບປຸງ​ຜະລິດ​ຕະພັນ​ຄື​ນ​ໃໝ່, ຫຼຸດ​ລາຄາ​ເພື່ອ​​​ໃຫ້ເໝາະ​ສົມ​ກັບ​ການ​ວາງ​ແຜນກຳນົດ ​ແລະ ຕະຫຼາດ. ທ່ານ​ນາຍົກລັດຖະມົນຕີກໍຊົມ​ເຊີຍບາງ​ທະນາຄານ​ການ​ຄ້າ ​ໄດ້​ມີ​ແຜນການ​ຫຼຸດຜ່ອນອັດຕາ​ດອກ​ເບັ້ຍ​ຢ່າງ​ລະອຽດ​ໃນ​ຂົງ​ເຂດ​ອະສັງຫາລິມະ​ຊັບ, ​ໂດຍ​ສະ​ເພາະ​ແມ່ນ​ເຮືອນ​ຢູ່​ສັງຄົມ; ຊີ້​ນຳ​ທະນາຄານ​ແຫ່ງ​ລັດ ​ໃນ​ເດືອນ 1 ປີ 2013 ສ້າງສຳ​​ເລັດ​ແຜນ​ຮ່າງ​ແກ້​ໄຂ​ໜີ້​ເສຍ. ທ່ານ​ນາຍົກລັດຖະມົນຕີຊີ້​ແຈ້ງວ່າ.

        “​​​​ໃນຈຳນວນ​ເງິນ 200.000 ​ຕື້ດົງ​ທີ່​ເປັນ​ໜີ້​ເສຍນັ້ນ, ມີ 70% ​ແມ່ນ​ຄ້ຳປະກັນ​ຈາກ​ອະສັງຫາລິມະ​ຊັບ. ​ເພາະສະ​ນັ້ນ, ຕ້ອງ​ສ້າງໂຄງ​ປະກອບ​ໜີ້​ສິນ​ຄື​ນ​ໃໝ່, ຫັກ​ເງິນ​ສ້າງ​ຄັງ​ປ້ອງ​ກັນ​ຄວາມ​ສ່ຽງ​ເພື່ອ​ແກ້​ໄຂ, ມອບ​ສິດ​ເປັນ​ເຈົ້າ​ໃຫ້​ແກ່​ທະນາຄານ​ພິຈາລະນາ​ຕົກລົງ, ຖ້າ​ຫາກ​ບໍ່​ໃຫ້​ກູ້​ຢືມນັ້ນຈະ​ເຮັດ​ແນວ​ໃດ​ຈຶ່ງ​ເກັ​ບ​ໂຮມຄືນ​, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຮັບຜິດຊອບ​ດ້ວຍ​ຕົນ​ເອງ​ໄດ້”.

        ທ່ານ​ນາຍົກລັດຖະມົນຕີ ຫວຽນ​ເຕີນ​ຢຸ້ງ ​ໃຫ້​ຮູ້​ວ່າ, ລັດຖະບານ​ຈະ​ປະກາດ​ມະຕິ​ຫົວ​ເລື່ອງສະ​ເພາະກ່ຽວ​ກັບ​ບາງ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຮັບປະກັນ​ຄວາມ​​ເປັນ​ປົກກະຕິ​ຂອງ​ຕະຫຼາດ​ອະສັງຫາລິມະ​ຊັບ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ