ນາຍົກລັດຖະມົນຕີ ຫວຽດນາມ ຢ້ຽມຢາມຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມອະນາຄົດຂອງອາຊີ ຄັ້ງທີ 23ຢ່າງເປັນທາງການ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບຜູ້ວ່າການແຂວງ Ibaraki, ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ.
 ນາຍົກລັດຖະມົນຕີ ຫວຽດນາມ ຢ້ຽມຢາມຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມອະນາຄົດຂອງອາຊີ ຄັ້ງທີ 23ຢ່າງເປັນທາງການ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ຕອນເຊົ້າວັນທີ 4 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ອອກຈາກ ຮ່າໂນ້ຍ, ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມອະນາຄົດຂອງ ອາຊີ ຄັ້ງທີ 23 ຢູ່ ໂຕກຽວ ແຕ່ວັນທີ 4 -8 ມິຖຸນາ. ການຢ້ຽມຢາມ ຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມອະນາຄົດຂອງ ອາຊີ ຄັ້ງທີ 23 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເພື່ອແນໃສ່ຢືນຢັນການຖືເປັນສຳຄັນ, ເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກ້ວາງຂວາງ ຫວຽດນາມ - ຍີ່ປຸ່ນ ໃນທຸກໆຂົງເຂດ.

        ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບຜູ້ວ່າການແຂວງ Ibaraki, ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ. ຕາມໂຄງການເຮັດວຽກແລ້ວ, ທ່ານນາຍົກລັດຖະມົນຕີ ຈະເຈລະຈາກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ພົບປະກັບພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ, ມີບັນດາການພົບປະກັບການນຳ ສະພາແຫ່ງຊາດ, ສະຫະພັນສະມາຊິກສະພາແຫ່ງຊາດມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ບັນດາພັກການເມືອງຫຼັກແຫຼ່ງ… ວັນທີ 5 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີໄຂກອງປະຊຸມອະນາຄົດຂອງ ອາຊີ ຄັ້ງທີ 23 ແລະ ກອງປະຊຸມສົ່ງເສີມການລົງທຶນ ກໍ່ຄືເປັນສັກຂີພິຍານພິທີລົງນາມບາງເອກະສານຮ່ວມມືຂອງບັນດາບໍລິສັດ ຫວຽດນາມ - ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ