ນາຍົກລັດຖະມົນຕີ ອົດສະຕາລີ ຢ້ຽມຢາມ ອາບການິສະຖານ
ທ່ານນາງນາຍົກລັດຖະມົນຕີ ອົດສະຕາລີ Julia Gillard
ຢ້ຽມຢາມອາບການິສະຖານ(ພາບ: theage.com.au)
|
Vovworld- ວັນທີ 14/10 ທ່ານນາງນາຍົກລັດຖະມົນຕີ ອົດສະຕາລີ Julia Gillard ໄດ້ເດີນທາງໄປຢ້ຽມຢາມອາບການິສະຖານ ເພື່ອປຶກສາຫາລືກັບປະທານາທິບໍດີ Hamid Kazai ກ່ຽວກັບການຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນບັນຫາສະກັດກັ້ນບັນດາການບຸກໂຈມຕີທີ່ແນໃສ່ກຳລັງໜູນຊ່ວຍປ້ອງກັນຄວາມສະຫງົບສາກົນ. ທີ່ການພົບປະກັບ ປະທານາທິບໍດີ Hamid Kazai ຢູ່ ກາບູນ, ທ່ານນາງນາຍົກລັດຖະມົນຕີ ອົດສະຕາລີ Julia Gillard ໄດ້ຢືນຢັນຄືນໃໝ່ວ່າ ອົດສະຕາລີຈະສືບຕໍ່ໜູນຊ່ວຍອາບການິສະຖານໃນຂົງເຂດສາທາລະນະສຸກ, ການສຶກສາ ແລະ ຝຶກຊ້ອມໃຫ້ແກ່ ກຳລັງປ້ອງກັນຄວາມສະຫງົບສາກົນຂອງປະເທດນີ້ພາຍຫຼັງທີ່ ກຳລັງໜູນຊ່ວຍປ້ອງກັນຄວາມສະຫງົບສາກົນຖອນອອກຈາກປະເທດນີ້ໃນປີ 2014. ອົດສະຕາລີຈະສິ້ນສຸດໜ້າທີ່ຝຶກຊ້ອມຢູ່ອາບການິສະຖານໃນທ້າຍປີ 2012 .