ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ກວາງບີງ 2018

(VOVWORLD) - ຕອນເຊົ້າວັນທີ 27 ສິງຫາ, ທີ່ແຂວງ ກວາງບີງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ກວາງບີງ ປີ 2018 ດ້ວຍຫົວຂໍ້ວ່າ “ການຮ່ວມມື ແລະ ພັດທະນາແບບຍືນຍົງ”.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ກວາງບີງ 2018 - ảnh 1ກອງປະຊຸມສົ່ງເສີມການລົງທຶນແຂວງ ກວາງບີງ 2018

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ບັນດາທັດສະນີຍະພາບ, ທິວທັດທຳມະຊາດຂອງແຂວງ ກວາງບີງ ຄວນໄດ້ຮັບການເຊື່ອມຕໍ່ກັບບັນດາຄຸນຄ່າວັດທະນະທຳ, ລະບົບຊີວະພາບ, ມໍລະດົກ ແລະ ທັດສະນີຍະພາບໃນທົ່ວປະເທດ, ຈະນຳມາໃຫ້ ຫວຽດນາມ ກາລະໂອກາດບືນຕົວຂຶ້ນກາຍເປັນປະເທດມະຫາອຳນາດການທ່ອງທ່ຽວລະດັບ ອາຊຽນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ຂ້າພະເຈົ້າມອບໝາຍໜ້າທີ່ໃຫ້ກະຊວງຄົມມະນາຄົມຂົນສົ່ງຄົ້ນຄວ້າ ກ່ຽວກັບການພັດທະນາສະໜາມບິນ ດົງເຮີຍ ຢ່າງຮີບດ່ວນ. ພ້ອມກັບແຜນນະໂຍບາຍເປີດປະຕູຂອງລັດຖະບານ ຫວຽດນາມ, ກະຊວງຄົມມະນາຄົມຂົນສົ່ງ ຄວນຍົກລະດັບທ່າອາກາດສະຍານ ດົງເຮີຍ ກາຍເປັນສະໜາມບິນສາກົນໂດຍໄວ, ແນໃສ່ຕອບສະໜອງເງື່ອນໄຂ ອະນຸຍາດໃຫ້ຄົນຕ່າງປະເທດເຂົ້າ-ອອກເມືອງດ້ວຍວິຊາເອເລັກໂຕນິກ. ນີ້ບໍ່ພຽງແຕ່ແມ່ນເງື່ອນໄຂໃຫ້ການພັດທະນາຂອງ ກວາງບີງ ເທົ່ານັ້ນ ຫາກຍັງແມ່ນການພັດທະນາໃຫ້ທົ່ວຂະແໜງທ່ອງທ່ຽວອີກດ້ວຍ. ຖ້າຫາກພວກເຮົາເຮັດຢ່າງຊັກຊ້າ 1 ວັນ, ກວາງບີງ ແລະ ຂະແໜງການທ່ອງທ່ຽວ ຫວຽດນາມ ຈະພາດໂອກາດ 1 ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ