ນາຍົກລັດຖະມົນຕີ ເຢຍລະມັນ ກ່າວເຕືອນ ອາເມລິກາ, ອັງກິດ ບໍ່ແມ່ນຄູ່ຮ່ວມມືໄວ້ເນືຶ້ອເຊື່ອໃຈອີກ

(VOVWORLD) - ກ່າວຄຳເຫັນໃນການຂົນຂວາຍຫາສຽງເລືອກຕັ້ງຢູ່ນະຄອນ Munich, ປະເທດ ເຢຍລະມັນ ໃນວັນທີ 28 ພຶດສະພາ, ທ່ານນາງນາຍົກລັດຖະມົນຕີ Angela Merkel ຖືວ່າ
ນາຍົກລັດຖະມົນຕີ ເຢຍລະມັນ ກ່າວເຕືອນ ອາເມລິກາ, ອັງກິດ ບໍ່ແມ່ນຄູ່ຮ່ວມມືໄວ້ເນືຶ້ອເຊື່ອໃຈອີກ - ảnh 1 ທ່ານນາງນາຍົກລັດຖະມົນຕີ Angela Merkel (ພາບ: ຫວຽດນາມ+)

ເອີລົບ ຕ້ອງຮັກສາຊາຕາກຳຂອງຕົນ ໃນສະພາບການປະເຊີນໜ້າຕໍ່ພັນທະມິດຝ່າຍຕາເວັນຕົກ ຖືກແບ່ງແຍກພາຍຫລັງເຫດການ ອັງກິດ ຖອນອອກຈາກສະຫະພາບ ເອີລົບ (EU) ແລະ ທ່ານ Donald Trump ຂຶ້ນກຳອຳນາດຢູ່ ອາເມລິກາ. ຕາມທ່ານນາງ Angela Merkel, ເຖິງວ່າ ເຢຍລະມັນ ແລະ ເອີລົບ ຊອກຫາວິທີຮັກສາການພົວພັນອັນດີງາມກັບ ອັງກິດ ແລະ ອາເມລິກາ ກໍ່ຕາມ ແຕ່ ເອີລົບ ຕ້ອງ “ຕໍ່ສູ້ໃຫ້ຊາຕາກຳຂອງຕົນ”, ໃນນັ້ນ ການພົວພັນອັນດີງາມລະຫວ່າງ Berlin ແລະ ທ່ານປະທານາທິບໍດີ ຫາກໍ່ຮັບໄຊຊະນະໃນການເລືອກຕັ້ງ ຝະລັ່ງ Emmanuel Macron ແມ່ນຈຳເປັນ.

        ກ່ອນໜ້ານັ້ນ, ທີ່ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ດຳເນີນໄປຢູ່ ອີຕາລີ, ອາເມລິກາ ແລະ 6 ປະເທດສະມາຊິກໃນ G7 ບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບເລື່ອງ ອາເມລິກາ ຈະສືບຕໍ່ສະໜັບສະໜູນສັນຍາ Paris ຫຼືບໍ ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ