ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບລັດຖະມົນຕີການຕ່າງປະເທດ ບຣາຊິນ

ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບລັດຖະມົນຕີການຕ່າງປະເທດ ບຣາຊິນ - ảnh 1
ລັດຖະມົນຕີການຕ່າງປະເທດ Patriota ແລະ ນາຍົກລັດຖະມົນຕີ Nguyen Tan Dung
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ຕອນ​ບ່າຍ​ວັນ​ທີ 6/7, ທ່ານ​ນາຍົກລັດຖະມົນ​ຕີ​ຫວຽດນາມ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຣາຊິນ Antonio de Aguiar Patriota ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມ​ຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Antonio de Aguiar Patriota ​ໄດ້​ສົ່ງ​ສານ​ຂອງ​ທ່ານປະທານາທິບໍດີ ບຣາຊິນ Dilma Vana Rousseff ​ເຖິງ​ການ​ນຳ​ຂັ້ນ​ສູງຫວຽດນາມ, ​ໂດຍຢືນຢັນ​ວ່າ: ທ່ານ ປະທານາທິບໍດີ Dilma Vana Rousseff ຖື​ຫວຽດນາມ ​ເປັນ​ສຳຄັນ, ​ເຊິ່ງ​ແມ່ນສະມາຊິກທີ່​ມີ​ບົດບາດ​ສຳຄັນ​ໃນ​ກຸ່ນ​ອາ​ຊຽນ, ​ແມ່ນ​ພື້ນຖານ​ເສດຖະກິດ​ທີ່​ຂະຫຍັນ​ຂັນ​ເຄື່ອນ, ​ແມ່ນ​ຕະຫຼາດ​ແຫ່ງ​ໜຶ່ງ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ​ແມ່ນ​ປະ​ເທດ​ເພື່ອນ​ມິ​ດທີ່​ສະໜິດສະໜົມກັບ ບຣາຊິນ ​ແລະ ສະ​ແດງ​ຄວາມ​ປາຖະໜາຢາກ​ພ້ອມ​ກັບ​ຫວຽດນາມ ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຕາມ​ຂົງ​ເຂດ “ຄູ່​ຮ່ວມ​ມື​ຮອບດ້ານ”. ທ່ານລັດຖະມົນ​ຕີ Patriota ຢັ້ງຢືນ​ວ່າ: ບຣາຊິນ ປາຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມີ​ໃນ​ບັນດາ​ຂົວ​ເຂດ​ເຊິ່ງທັງ​ສອງ​ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ.  ທ່ານລັດຖະມົນ​ຕີ Patriota ຢັ້ງຢືນ​ວ່າຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ຫວຽດນາມ​ໃນ​ບັນດາ​ອົງການຈັດ​ຕັ້ງ​ສາກົນ ​ແລະ ​ເວທີ​ປາ​ໄສຫຼາຍ​ຝ່າຍ, ສະ​ແດງ​ຄວາມ​ສົນ​ໃຈ​ເຖິງ​ສະພາບ​ການ​ຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້ ​ແລະ ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ສ່ວນ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຢັ້ງຢືນວ່າ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາ​ຖາ​ໜາ​ຢາ​ກພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ ບຣາຊິນ, ຮັບ​ໃຊ້​ພາລະກິດ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ສະ​ເໜີ​ລັດຖະບານ 2 ປະ​ເທດ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະອຽດ, ​ແທດ​ຈິງ ​ໃນ​ຂົງ​ເຂດ​ຕ່າງ​ໆ.

​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ Pham Binh Minh ​ໄດ້​ມີ​ການ​ເຈລະຈາ ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ບຣາຊິນ Patriota. ລັດຖະມົນຕີ​ທັງ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງລະຫວ່າງ 2 ປະ​ເທດ, ຮັກສາ​ເປັນ​ປະຈຳ ​ແລະ ມີ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫ​ວຢ່າງ​ມີ​ປະສິດທິ​ຜົນ ຂອງຄະນະ​ກຳມະການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ ​ແລະ ກົນ​ໄກ​ ຮຽບຮຽງ​ການ​ເມືອງ​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ, ​ເຊັນ​ສັນຍາ​ແມ່​ກ່ຽວ​ກັບ​ການ​ຮ່ວມ​ມື​ເຕັກ​ນິກໂດຍ​ໄວ, ສັນ​ຍາ​ຮ່ວມ​ມື​ດ້ານ​ສຶກສາ ​ແລະ ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກະສິກຳ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ຮ່ວມ​ມື ​ໃຕ້ - ​ໃຕ້ ​ແລະ 3 ຝ່າຍ.

ຂ່າວ/ບົດ​ອື່ນ