ນາຍົກລັດຖະມົນຕີCameronຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງອັງກິດປ່ອນບັດຄືນໃໝ່
ໄວໜຸ່ມ ອັງກິດເຂົ້າຮ່ວມການຂົນຂວາຍຢູ່ ອີຢູ
(ພາບປະກອບຈາກສຳນັກຂ່າວສານ ຫວຽດນາມ)
(vovworld) – ກ່ອນທີ່ດຳເນີນການລົງປະຊາມະຕິຄັ້ງປະຫວັດສາດເພື່ອຕັດສິນການພົວພັນກັບສະຫະພາບ ເອີລົບ (ອີຢູ) 2 ວັນ, ທ່ານນາຍົກລັດຖະມົນຕີ ອັງກິດ David Cameron ໄດ້ຮຽກຮ້ອງໃຫ້ປະຊາຊົນອັງກິດ ປ່ອນບັດຢູ່ “ຊາຍຄາລວມ” ເຊິ່ງ ອັງກິດໄດ້ສະໜິດຕິດພັນຕະຫລອດກ່ວາ 40 ປີຜ່ານມາ. ໃນບົດກ່າວປາໄສຢູ່ນອກສຳນັກງານນາຍົກລັດຖະມົນຕີ ອັງກິດ, ຕອນບ່າຍວັນທີ 21/6, ທ່ານນາຍົກລັດຖະມົນຕີ Cameron ເນັ້ນໜັກວ່າ: ທ່ານຢາກໂອ້ລົມໂດຍກົງກັບບັນດາຜູ້ມີອາຍຸເທົ່າກັນກັບທ່ານ ແລະ ບັນດາຜູ້ມີອາຍຸສູງກ່ວາ ເພື່ອເກ້ຍກ່ອມເຂົາເຈົ້າຄິດໄລ່ຊັ່ງຊາກ່ຽວກັບຜົນກະທົບຂອງເລື່ອງຖອນອອກຈາກ ອີຢູ ສຳລັບໄວໜຸ່ມ. ທ່ານນາຍົກລັດຖະມົນຕີ Cameron ກໍ່ສະແດງຄວາມເຊື່ອໝັ້ນຢ່າງແຮງວ່າ: ປະເທດ ອັງກິດ ຈະປອດໄພກ່ວາ, ໝັ້ນຄົງເຂັ້ມແຂງກ່ວາ ແລະ ວັດທະນາຖາວອນກ່ວາເມື່ອສືບຕໍ່ເປັນສະມາຊິກ ອີຢູ ແລະ ປະສົບການເປັນເວລາ 6 ປີໃນຖານະເປັນນາຍົກລັດຖະມົນຕີ ອັງກິດ ໄດ້ບອກເຕືອນທ່ານກ່ຽວກັບຄວາມຈຳເປັນຕໍ່ການສືບຕໍ່ເປັນສະມາຊິກ ອີຢູ ແທນທີການຖອນຕົວອອກຍາກກຸ່ມນີ້.