ນາຍົກລັດອິດສະຣາແອນກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດອາເມລິກາ

ນາຍົກລັດອິດສະຣາແອນກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດອາເມລິກາ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu
(ພາບ: vov.vn)

(vovworld) –  ​ຕອນ​ເຊົ້າ​ວັນ​ທີ 3/3, ຕາມ​ເວ​ລາ ວໍ​ຊິ​ງ​ຕັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ມີ​ບົດ​ກ່າວ​ປາ​ໄສ​ເປັນ​ເວ​ລາ 50 ນາ​ທີ​ຕໍ່​ໜ້າ​ສະ​ພາ​​ຕ່ຳ ແລະ ສະ​ພາ​ສູງ​ ອາ​ເມ​ລິ​ກາ, ໃນ​ນັ້ນ​ໄດ້​ສຸມ​ໃສ່​ຕຳ​ນິ​ຕິ​ຕຽນ ອີ​ຣານ ທີ່ກ່ຽວ​ຂ້ອງ​ເຖິງ​ໂຄງ​ການ​ນິວ​ເຄຼຍ​ຂອງປະ​ເທດ ສ. ອິດ​ສະ​ລາມ ນີ້. ໂດຍບໍ່​ຫົວ​ຊາ​ຕໍ່ຄຳ​ກ່າວ​ເຕື່ອນ​ຂອງ​ທຳ​ນຽບ​ຂາວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Netanyahu ໄດ້​ສະ​ຫງວນ​ເວ​ລາ​ເກືອບ​ທັງ​ໝົດ​ໃນ​ບົດ​ກ່າວ​ປາ​ໄສ​ເພື່ອ​ຕຳ​ນິ​ຕິ​ຕຽນ ອີ​ຣານ ແລະ ຮຽກ​ຮ້ອງ​ໃຫ້ ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ມີ​ການ​ກະ​ທຳ​ເພື່ອ​ສະ​ກັດ​ກັ້ນ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ເຊິ່ງ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ພ້ອມ​ກັບ​ກຸ່ມ P5+1 (ເຊິ່ງ​ລວມ​ມີ 5 ປະ​ເທດ​ປະ​ຈຳ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ແມ່ນ ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ພວມ​ເຈ​ລະ​ຈາ​ກັບ ເຕ​ຮາ​ຣານ. ໃນ​ບົດ​ກ່​າວ​ປາ​ໄສ, ການ​ນຳ ອິດ​ສະ​ຣາ​ແອນ ຖື​ວ່າ: ຄວາມ​ມັກ​ໃຫຍ່​ໄຟ​ສູງ​ອາ​ວຸດ​ນິວ​ເຄຼຍ​ຂອງ ອີ​ຣານ ນາບ​ຂູ່​ເຖິງ​ການ​ຍື່ນ​ຍົງ​ຄົງ​ຕົວ​ຂອງ ອິດ​ສະ​ຣາ​ແອນ, ພ້ອມ​ທັງ​ກ່າວ​ຫາ ເຕ​ຮາ​ຣານ ສະ​ໜັບ​ສະ​ໜູນ​ສົງ​ຄາ​ມ ອິດ​ສະ​ລາມ ແລະ ແມ່ນ​ປະ​ເທດ​ອາ​ລັກ​ຂາ​ລັດ​ທິກໍ່​ການ​ຮ້າຍ​ໃນ​ທົ່ວ​ໂລກ. ຕາມ​ທ່ານ Netanyahu ແລ້ວ, ປະ​ເທດ ອີ​ຣານ ໄດ້​ປະ​ກອບ​ອາ​ວຸດ​ນິວ​ເຄຼຍ ຈະ​ແມ່ນ​ໄພ​ນາບ​ຂູ່ ເຖິງ​ສັນ​ຕິ​ພາບ​ໃນ​ໂລກ, ດັ່ງ​ນັ້ນ, ອາ​ເມ​ລິ​ກາ, ອິດ​ສະ​ຣາ​ແອນ ແລະ ທົ່ວ​ໂລກ​ຕ້ອງ​ສາ​ມັກ​ຄີ​ກັບ​ເພື່ອ​ສະ​ກັດ​ກັ້​ນສິ່ງ​ດັ່ງ​ກ່າວ. ກ່ຽວ​ກັບ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ເຊິ່ງ​ກຸ່ມ P5+1 ພວມ​​ປະ​ຕິ​ບັດຕາມນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Netanyahu ຕີ​ລາ​ຄາ​ວ່າ ນັ້ນ​ແມ່ນ “ຂໍ​້​ຕົກ​ລົງ​ບໍ່​ດີ” ແລະ ຈະ “ເປີດ​ຊ່ອງ​ທາງ​ໃຫ້ ອີ​ຣານ ກຳ​ມະ​ສິດ​ອາ​ວຸດ​ນິວ​ເຄຼຍ.”


ຂ່າວ/ບົດ​ອື່ນ