ນາຍພົນປະຢຸດຈັນໂອຊາ ໄດ້ຮັບການເລືອກຕັ້ງ ເປັນນາຍົກລັດຖະມົນ ຕີຊົ່ວຄາວໄທ
Xuân Sơn -  
ນາຍພົນ ປະຢຸດຈັນໂອຊາ
(ພາບ: AFP)
(vovworld) –ວັນທີ 21/8, ສະພາແຫ່ງຊາດໄທ ໄດ້ເລືອກຕັ້ງຜູ້ບັນຊາການທະຫານບົກ, ນາຍພົນ ປະຢຸດຈັນໂອຊາ ເປັນນນາຍົກລັດຖະມົນຕີຊົ່ວຄາວປະເທດນີ້. ທີ່ການປ່ອນບັດໄດ້ຮັບການຖ່າຍທອດສົດທາງໂທລະພາບແຫ່ງຊາດໄທ, ທ່ານ ປະຢຸດຈັນໂອຊາ ອາຍຸ 60 ປີ, ຜູ້ອອກສະມັກຮັບເລືອກຕັ້ງຄົນດຽວ ຍາດໄດ້ 191 ບັດສະໜັບສະໜູນໃນຈຳນວນສະມາຊິກສະພາແຫ່ງຊາດມີໜ້າທັງໝົດລວມ 194 ທ່ານ, ມີ 3 ທ່ານປ່ອນບັດຂາວ. ທ່ານ ປະຢຸດຈັນໂອຊາ ຈະກາຍເປັນນາຍົກລັດຖະມົນຕີໄທ ຢ່າງເປັນທາງການພາຍຫຼັງໄດ້ຮັບການໃຫ້ສັດຕະຍາບັນຈາກພະບາດສົມເດັດພະເຈົ້າມະຫາຊີວິດ ພູມມີພົນ ອາດູຍາເດດ.
ເລື່ອງແຕ່ງຕັ້ງທ່ານ ປະຢຸດຈັນໂອຊາ ເປັນນາຍົກລັດຖະມົນຕີ ຈະເປີດທາງໃຫ້ແກ່ການສ້າງຕັ້ງລັດຖະບານຊົ່ວຄາວໄທ ໃນ 2, 3 ສັບປະດາທີ່ຈະມາເຖິງ. ກ່ອນໜ້ານັ້ນ, ທ່ານ ປະຢຸດຈັນໂອຊາ ໃຫ້ຮູ້ວ່າ, ໃນໄລຍະຫັນປ່ຽນ ເປັນເວລາ 1 ປີ, ລັດຖະບານຂອງທ່ານ ຈະສຸມໃສ່ປະຕິບັດການປະຕິຮູບດ້ານການເມືອງ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງການເລືອກຕັ້ງທົ່ວປະເທດໃນເດືອນ 10/2015 ຈະມາເຖິງ./.
Xuân Sơn