ທ່ານ Jens Stoltenberg, ເລຂາທິການໃຫຍ່ອົງການນາໂຕ
(ພາບ: EPA/ TTXVN)
|
(vovworld) - ທ່ານ Jens Stoltenberg, ເລຂາທິການໃຫຍ່ອົງການນາໂຕ ໄດ້ປະກາດວ່າ ອົງການນາໂຕ ພວມຄິດໄລ່ຊັ່ງຊາເພີ່ມທະວີກຳລັງທະຫານຂອງກຸ່ມສຳພັນທະມິດນີ້ຢູ່ ອາບການິດສະຖານ ໃນຄວາມມານະພະຍາຍາມເພີ່ມທະວີການໜູນຊ່ວຍກອງທັບປະເທດນີ້ໃນບັ້ນຮົບຕ້ານຄືນບັນດາຊາວມຸດສະລິມລູກຮືຂຶ້ນ. ວັນທີ 30/4, ເມື່ອຕອບສຳພາດຕໍ່ໜັງສືພິມ Welt am Sonntag ຂອງ ເຢຍລະມັນ, ທ່ານ Jens Stoltenberg ໃຫ້ຮູ້ວ່າ ກຸ່ມສຳພັນທະມິດການທະຫານຂອງ 28 ປະເທດສະມາຊິກ ນາໂຕ ພວມຄິດໄລ່ຊັ່ງຊາ ເລື່ອງເພີ່ມທະວີກຳລັງທະຫານຂຶ້ນກັບພາລະກຳ “ໜູນຊ່ວຍຢ່າງເດັດດ່ຽວ” ຍ້ອນສາຍເຫດສະພາບຄວາມໝັ້ນຄົງເຕັມໄປດ້ວຍສິ່ງທ້າທາຍໃນປະຈຸບັນ ຢູ່ ອາບການິດສະຖານ. ປະຈຸບັນ, ຈຳນວນທະຫານປະຕິບັດພາລະກຳນີ້ແມ່ນປະມານ 13.000 ຄົນ. ນາໂຕ ຈະຍົກອອກຄຳຕັດສິນກ່ອນທ້າຍເດືອນ 6 ຈະມາເຖິງກ່ຽວກັບຄວາມສາມາດເພີ່ມຈຳນວນທະຫານ ແລະ ແກ່ຍາວເວລາຜັນຂະຫຍາຍທະຫານຢູ່ ອາບການິດສະຖານ.