ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ
ຟ້າມບີງມິງ ໃຫ້ການຕ້ອນຮັບທ່ານນາງ Ping Kitnikone
(ພາບ: VGP)
(vovworld) – ວັນທີ 07/02/2017 ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໃຫ້ການຕ້ອນຮັບທ່ານນາງ Ping Kitnikone ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ການາດາ ປະຈຳ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ອວຍພອນທ່ານນາງ Ping Kitnikone ຮັບດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ ຄົນໃໝ່ ແລະ ຫວັງວ່າ ໃນຖານະຕຳແໜ່ງໃໝ່ຂອງຕົນ, ທ່ານນາງເອກອັກຄະລັດຖະທູດ Ping Kitnikone ຈະພ້ອມກັບ ຫວຽດນາມ ຕັ້ງໜ້າຊຸກຍູ້ການພົວພັນ 2 ຝ່າຍ ເພື່ອໃຫ້ປີ 2017 ກາຍເປັນປີບານພັບໃນການຍົກລະດັບສາຍພົວພັນ ຫວຽດນາມ - ການາດາ. ທ່ານ ຟ້າມບີງມິງ ຢືນຢັນວ່າ: 2 ປະເທດຍັງມີຄວາມສາມາດບົ່ມຊ້ອນໃນການຮ່ວມມືຫລາຍຢ່າງ ແລະ ໄລຍະຈະມາເຖິງ 2 ຝ່າຍຄວນພະຍາຍາມນຳການພົວພັນ 2 ຝ່າຍໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ພ້ອມທັງ ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫລາຍຝ່າຍກ່ວາອີກ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໂລກ.
ສ່ວນທ່ານນາງ Ping Kitnikone ກໍ່ຢືນຢັນວ່າ: ການາດາ ມີແຜນນະໂຍບາຍເພີ່ມທະວີການພົວພັນ ແລະ ຕິດພັນກັບພາກພື້ນ ອາຊີ - ປາຊີຟິກ ກ່ວາອີກ, ຖືເປັນສຳຄັນບົດບາດຂອງ ອາຊຽນ ແລະ ປາດຖະໜາຢາກຍູ້ແຮງການພົວພັນ, ຮ່ວມມືກັບ ຫວຽດນາມ. ທ່ານນາງເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ເລື່ອງ ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງ APEC 2017, ເວທີປາໄສສຳຄັນແຖວໜ້າໃຫ້ການຮ່ວມມື ແລະ ພັດທະນາຂອງພາກພື້ນ ອາຊີ - ປາຊີຟິກ, ຈະສ້າງບັນດາກາລະໂອກາດຮ່ວມມືໃໝ່ໃຫ້ແກ່ 2 ປະເທດຕາມທິດຮອບດ້ານ, ມີປະສິດທິຜົນ, ແທດຈິງ, ສະຖຽນລະພາບ ແລະ ຍາວນານ.