ນຳສັນຍາປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດກາຍເປັນການກະທຳ
ລັດຖະມົນຕີກະຊວງສິ່ງແວດລ້ອມບັນດາປະເທດ ຈີ 7 ຖ່າຍຮູບທີ່ກອງປະຊຸມຢູ່ Toyama, ປະເທດ ຍີ່ປຸ່ນ
(ພາບ: Kyodo/TTXVN)
(vovworld) – ພາຍຫຼັງບັນດາປະເທດບັນລຸໄດ້ສັນຍາປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດເປັນເວລາ 5 ເດືອນ, ວັນທີ 16/5, ວົງການເຈົ້າໜ້າທີ່ການທູດບັນດາປະເທດສະມາຊິກຂຶ້ນກັບ ສປຊ ເລີ່ມດຳເນີນການເຈລະຈາຮອບໃໝ່ດ້ວຍຈຸດໝາຍຫັນເອກະສານດັ່ງກ່າວເປັນແຜນການດຳເນີນງານທີ່ມີລັກສະນະເປັນໄປໄດ້. ກ່າວຄຳເຫັນໄຂກອງປະຊຸມຄາດວ່າຈະແກ່ຍາວເປັນເວລາ 10 ວັນຢູ່ນະຄອນ Bonn, ປະເທດ ເຢຍລະມັນ, ທ່ານນາງ Christiana Figueres, ເລຂາທິການໃຫຍ່ສົນທິສັນຍາແມ່ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC), ເນັ້ນໜັກວ່າ “ທົ່ວໂລກຮ່ວມແຮງຮ່ວມໃຈປະຕິບັດບັນດາຄຳໝັ້ນສັນຍາສຳລັບບັນດາຈຸດໝາຍທົ່ວໂລກ ເຊິ່ງລະບຸໄວ້ໃນສັນຍາ ປາຣີ” ແລະ “ປະຈຸບັນ, ພວກເຮົາຕ້ອງສ້າງວິວັດທະນາການລະອຽດໃຫ້ແກ່ເສັ້ນທາງມຸ່ງໄປເຖິງອະນາຄົດ, ທີ່ມີຄວາມປອດໄພວັດຖະນາຖາວອນ ແລະ ບໍ່ສົ່ງຜົນສະທ້ອນເຖິງດິນຟ້າອາກາດ ເຊິ່ງພວກເຮົາຕ່າງກໍ່ປາດຖະໜາ”. ຄາດວ່າ, ຮອບເຈລະຈາໃໝ່ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ສປຊ ຈະແກ່ຍາວຮອດວັນທີ 26/5, ໃນນັ້ນກໍ່ຈະວາງບັນດາໜ້າທີ່ຕໍ່ໄປໃຫ້ແກ່ກອງປະຊຸມຂັ້ນສູງທີ່ຈັດຕັ້ງໃນເດືອນ 11 ຈະມາເຖິງຢູ່ນະຄອນ Marrakesh, ປະເທດ Moroc.