ນຳ​ສາຍ​ພົວ​ພັນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ພັດ​ທະ​ນາ​ຢ່າງ​ແຮງ ແລະ ແທດ​ຈິງກວ່າ​ອີກ

(VOVWORLD) -      ຕອນບ່າຍວັນທີ 25 ສິງຫາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo.
ນຳ​ສາຍ​ພົວ​ພັນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ພັດ​ທະ​ນາ​ຢ່າງ​ແຮງ ແລະ ແທດ​ຈິງກວ່າ​ອີກ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ພາບ: VOV)

ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ແຈ້ງໃຫ້ຊາບກ່ຽວກັບແນວທາງພັດທະນາ, ນະໂຍບາຍການຕ່າງປະເທດຂອງ ຫວຽດນາມ, ໃນນັ້ນ ຢັ້ງຢືນການຖືເປັນສຳຄັນຂອງພັກ, ລັດ ຫວຽດນາມ ສຳລັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ແລະ ການພົວພັນອັນສະໜິດແໜ້ນ ແລະ ເປັນມູນເຊື້ອລະຫວ່າງສອງຊາດ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ຜ່ານການພົບປະ,ແລກປ່ຽນຄະນະຜູ້ແທນຂັ້ນສູງ; ຍູ້ແຮງການຮ່ວມມືດ້ານເສດຖະກິດ, ໃນນັ້ນ ມີການພັດທະນາການຄ້າໃຫ້ດຸ່ນດ່ຽງ, ຕັ້ງໜ້າຍາດແຍ່ງຄວາມສາມາດບົ່ມຊ້ອນການຮ່ວມມືໃນບັນດາຂົງເຂດໃໝ່, ສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາບັນຫາພາກພື້ນ ແລະ ສາກົນ, ໃນນັ້ນມີບັນຫາທະເລຕາເວັນອອກ ແລະ ການຮ່ວມມືຢູ່ ອາຊຽນ ກໍຄືຢູ່ເວທີປາໄສສາກົນຕ່າງໆ.

        ສ່ວນທ່ານ ປະທານາທິບໍດີ Joko Widodo ເຫັນດີກ່ຽວກັບທິດທາງການພັດທະນາສາຍພົວພັນລະຫວ່າງສອງປະເທດ ເຊິ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍົກອອກມາ; ພ້ອມທັງສະເໜີໃຫ້ ຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາໂຄງການລົງທຶນຂອງ ອິນໂດເນເຊຍ ຢູ່ ຫວຽດນາມ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຕ່າງໆໃຫ້ຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ