ນຳແຂວງບິ່ງທ້ວນກາຍເປັນສູນທ່ອງທ່ຽວແຫ່ງຊາດ
(ພາບປະກອບ)
(vovworld) – ຕອນຄ່ຳບັນທີ 24/10, ແຂວງ ບິ່ງທ້ວນ ຈັດຕັ້ງພິທີສະເຫຼີມສະຫຼອງ 20 ປີແຫ່ງວັນທ່ອງທ່ຽວ ບິ່ງທ້ວນ (24/10/1995 – 24/10/2015). ພິທີສະເຫຼີມສະຫຼອງ ເພື່ອແນໃສ່ຫວນຄືນບັນດາໝາກຜົນບັນລຸໄດ້ ແລະ ເຊີດຊູບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ມີຜົນງານດີເດັ່ນ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາການທ່ອງທ່ຽວ ຢູ່ບິ່ງທ້ວນ ໃນ 20 ປີຜ່ານມາ. ກ່ອນນີ້ 20 ປີ, ຂະແໜງທ່ອງທ່ຽວ ບິ່ງທ້ວນ ຈັດຕັ້ງເຫດການສຸລິຍາຄາດ ໃນວັນທີ 24/10/1995. ຜ່ານ 20 ປີ, ຂະແໜງທ່ອງທ່ຽວ ບິ່ງທ້ວນ ບືນຕົວຂຶ້ນກາຍເປັນສູນທ່ອງທ່ຽວແຫ່ງຊາດຢ່າງບໍ່ຢຸດຢັ້ງ, ມີຊື່ໃນແຜນທີ່ທ່ອງທ່ຽວໂລກ. ທ່ານ ຫງວຽນແທ່ງເຕີມ ຮອງປະທານຄະນະກຳມະການປະຊາຊົນແຂວງ ບິ່ງທ້ວນ ໃຫ້ຮູ້ວ່າ:
“ຜ່ານ 20 ປີ, ການທ່ອງທ່ຽວໄດ້ມີການພັດທະນາຢ່າງກ້າວກະໂດດຂັ້ນ. ມະຕິອົງຄະນະພັກແຂວງຄັ້ງທີ 13 ໄດ້ກຳນົດຂະແໜງທ່ອງທ່ຽວ ບິ່ງທ້ວນ ໃນໄລຍະຈະມາເຖິງ ຈະກາຍເປັນຂະແໜງເສດຖະກິດປາຍແຫຼມ ແລະ ປະຈຸບັນພວມສຸມໃສ່ກໍ່ສ້າງເພື່ອນຳ ບິ່ງທ້ວນ ກາຍເປັນສູນທ່ອງທ່ຽວກິລາທະເລລະດັບຊາດໂດຍໄວ”.