ນຳ ຫວຽດນາມ ກາຍເປັນສູນປຸງແຕ່ງຜະລິດຕະພັນກະເສດ Top 10 ຂອງໂລກໃນປີ 2030

(VOVWORLD) - ພັດທະນາການປຸງແຕ່ງຜະລິດຕະພັນກະເສດທັນສະໄໝ, ມີປະສິດທິຜົນ ແລະ ຍືນຍົງ, ຕອບສະໜອງບັນດາຄວາມຕ້ອງການ, ຂໍ້ກຳນົດຂອງຕະຫຼາດໃຊ້ສອຍ
ນຳ ຫວຽດນາມ ກາຍເປັນສູນປຸງແຕ່ງຜະລິດຕະພັນກະເສດ Top 10 ຂອງໂລກໃນປີ 2030 - ảnh 1ພາບປະກອບ

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັ່ງ ຫາກໍ່ເຊັນຂໍ້ຕົກລົງວ່າດ້ວຍການອະນຸມັດຜ່ານຍຸດທະສາດນຳໃຊ້ກົນຈັກເພື່ອພັດທະນາຫັນກະສິກຳ ແລະ ການປຸງແຕ່ງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ, ສິນໃນນ້ຳຮອດປີ 2030. ຕາມນັ້ນແລ້ວ, ພັດທະນາການປຸງແຕ່ງຜະລິດຕະພັນກະເສດທັນສະໄໝ, ມີປະສິດທິຜົນ ແລະ ຍືນຍົງ, ຕອບສະໜອງບັນດາຄວາມຕ້ອງການ, ຂໍ້ກຳນົດຂອງຕະຫຼາດໃຊ້ສອຍ; ສູ້ຊົນນຳ ຫວຽດນາມ ກາຍເປັນສູນປຸງແຕ່ງຜະລິດຕະພັນກະເສດນອນໃນທອບ 10 ຂອງໂລກໃນປີ 2030.

        ເປົ້າໝາຍຂອງຍຸດທະສາດກໍ່ແມ່ນສ້າງຕັ້ງບາງກຸ່ມບໍລິສັດ, ວິສາຫະກິດປຸງແຕ່ງຜະລິດຕະພັນກະເສດທີ່ທັນສະໄໝ, ມີຄວາມສາມາດບົ່ມຊ້ອນດ້ານເສດຖະກິດ ແລະ ມີລະດັບການຄຸ້ມຄອງທຽບເທົ່າກັບໂລກ; ບັນດາກຸ່ມບໍລິສັດອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດຕິດພັນກັບການນຳໃຊ້ກົນຈັກເພື່ອພັດທະນາເຂດຜະລິດວັດຖຸດິບ ທີ່ໄດ້ຢ່າງຄົບຊຸດ ແລະ ເຊື່ອມຕໍ່ການບໍລິໂພກອຸປະໂພກຜະລິດຕະພັນກະເສດ.

ຕອບກັບ

ຂ່າວ/ບົດ​ອື່ນ