ບີງທ້ວນ ຈະກາຍເປັນສູນພະລັງງານສະອາດຂອງ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ເຮັດວຽກຢູ່ແຂວງ ບີງທ້ວນ
(vovworld) - ຕອນເຊົ້າວັນທີ 19/04 ຢູ່ແຂວງ ບີງທ້ວນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມສົ່ງເສີມການລົງທຶນແຂວງ ບີງທ້ວນ ປີ 2017. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄຈ້ແຍກບັນດາທ່າໄດ້ປຽບຂອງ ບີງທ້ວນ ຢ່າງຈະແຈ້ງ ຊຶ່ງອາດຈະພັດທະນາເສດຖະກິດທະເລ, ການທ່ອງທ່ຽວ, ກະສິກຳມີຄຸນນະພາບສູງ, ພະລັງງານຜະລິດຄືນໃໝ່, ໃກ້ກັບເຂດເສດຖະກິດຈຸດສຸມພາກໃຕ້, ມີຄວາມສະດວກສຳພັດກັບຕະຫລາດ ແລະ ວິທະຍາສາດເຕັກໂນໂລຢີ…ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ:
“ຂ້າພະເຈົ້າຕາງໜ້າການນຳ, ຢືນຢັນຄືນໃໝ່ແຜນນະໂຍບາຍຂອງສູນກາງກ່ຽວກັບເລື່ອງກໍ່ສ້າງຢູ່ ບີງທ້ວນ, ນັ້ນແມ່ນສູນພະລັງງານສະອາດຂອງ ຫວຽດນາມ, ນັບທັງໄຟຟ້າອາຍແກສ, ຫາກບໍ່ພຽງແຕ່ໄຟຟ້າແຮງລົມ ແລະ ແສງຕາເວັນ; ສູນກາງທ່ອງທ່ຽວສາກົນ ແລະ ພາກພື້ນຢູ່ ບີງທ້ວນ; ສູນປຸງແຕ່ງ Titan”.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ເນັ້ນໜັກວ່າ ແຂວງ ບີງທ້ວນ ມີມາດຕະການນຳການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມ; ພັດທະນາກະສິກຳອົງຄະທາດພິເສດແມ່ນກະສິກຳມີຄຸນນະພາບສູງ, ດຶງດູດວິສາຫະກິດປຸງແຕ່ງ, ສ້າງບັນດາຜະລິດຕະພັນທີ່ມີມູນຄ່າເພີ່ມ ແລະ ມີເຄື່ອງໝາຍການຄ້າ ຈາກບັນດາທ່າແຮງທີ່ມີຢູ່ແລ້ວ.