ບົດບາດຂອງການທູດປະຊາຊົນແລະການຮ່ວມມືດ້ານການສຶກສາໃນການພົວພັນຄູ່ຮ່ວມມືຫວຽດນາມ-ຟີລິບປິນ

ບົດບາດຂອງການທູດປະຊາຊົນແລະການຮ່ວມມືດ້ານການສຶກສາໃນການພົວພັນຄູ່ຮ່ວມມືຫວຽດນາມ-ຟີລິບປິນ - ảnh 1
ກອງປະຊຸມສຳມະນາສາກົນ
(ພາບ: ໜັງສືພິມທ໋າຍງວຽນ)

(vovworld)- "ບົດ​ບາດ​ຂອງ​ການ​ທູດ​​ປະ​ຊາ​ຊົນ ແລະ ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາໃນ​ການ​ພົວ​ພັນ​ຄູ່​ຮ່ວ​ມມ​ື​ຍຸດ​ທະ​ສາດ ​ຫວຽດ​ນາມ - ຟີ​ລິບ​ປິນ " ນີ້​ແມ່ນ​ຫົວ​ຂໍ້ ​ຂອງກອງ​ປະ​ຊຸມສຳ​ມະ​ນາ​ສາ​ກົນ ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລ​ຖາຍ​ຫງວຽນ ສົມ​ທົບ​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ-ຟີ​ລິບປິນ ຈັດ​ຂື້ນ​ໃນ​ວັນ​ທີ 8/7, ຢູ່​ນະ​ຄອນ​ຖາຍ​ຫງວຽນ, ແຂວງ​ຖາຍ​ຫງວຽນ ໃນໂອ​ກາດ​ສະ​ເຫຼີມ​ສະຫຼອງ​ວັນສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ-ຟີ​ລິບ​ປິນ ຄົບ​ຮອບ 40 ປີ.

        ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ເຕື້ອງ​ເຖິງ​ຫຼາຍ​ເນື້ອ​ໃນ, ຜົນ​ງານ​ ໃນ​ການ​ພົວ​ພັນ​ ຫວຽດ​ນາມ-ຟີ​ລິບ​ປິນ ເຊັ່ນ: ບົດ​ບາດ​ຂອງ​ການທູດ​ປະ​ຊາ​ຊົນ ໃນ​ການ​ພັດ​ທະ​ນາ​ການ​ພົວ​ພ​ັນ​ສອງ​ປະ​ເທດ; ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ ລະ​ຫວ່າງ ມະ​ຫາ​ວິ​ທະ​ຍາ​ໄລ​ຖາຍ​ຫງວຽນ ແລະ ບາງ​ມະ​ຫາ​ວິ​ທະ​ຍາ​ໄລ ຟີ​ລິບ​ປິນ -ບັນ​ດາ​ພຶດ​ຕິ​ກຳ​ຂອງວິ​ທະ​ຍາ​ໄລ​ຖາຍ​ຫງວຽນ; ຜົນ​ກະ​ທົບ​ຂອງ​ສັນ​ຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ຫວຽດ​ນາມ-ຟີ​ລິບ​ປິນ ເຖິງ​ການ​ພົວ​ພັນ​ຫຼາຍ​ດ້ານ​ຂອງ​ສອງ​ປະ​ເທດ…

        ແລະ​ກໍ່​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ Noel Servigon ເອກ​ອັກ​ຄະ​ລັດ​ຖະ​ທູດ​ຟີ​ລິບ​ປິນ ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ວ່າ: “ບົດ​ບາດ​ຂອງ​ການ​ທູດ​ປະ​ຊາ​ຊົນ ແລະ ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ-ຟີ​ລິບ​ປິນ ແມ່ນ​ສຳ​ຄັນ​ທີ່​ສຸດ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພວກ​ຂ້າ​ພະ​ເຈົ້າ​ຈະ​ພະ​ຍາ​ຍາມ​ສຳ​ຜັດ​ກັບ ຫຼາຍ​ແຂວງ, ນະ​ຄອນ ຂອງ​ຫວຽດ​ນາມ ເພື່ອ​ຊອກ​ຮູ້ ​ໂອ​ກາດຕື່ມ​ອີກ ແລະ ​ສຳ​ຜັດ​ກັບຫຼານ​ຂົງ​ເຂດທີ່​ແຕກ​ຕ່າງ​ກັນ”.

ຂ່າວ/ບົດ​ອື່ນ