ບົດບາດຂອງການສຶກສາ ມຸ່ງໄປເຖິງການອະນຸລັກ ຮັກສາມໍລະດົກ
(ພາບປະກອບ)
(vovworld) - ບົດບາດຂອງການສຶກສາມຸ່ງໄປເຖິງການອະນຸລັກຮັກສາມໍລະດົກ ນັ້ນແມ່ນຫົວຂໍ້ຂອງກອງປະຊຸມໃນຂອບເຂດກອງປະຊຸມສຳມະນາສາກົນ “ບົດບາດຂອງມໍລະດົກວັດທະນະທຳໃນການສຶກສາ ແລະ ພັດທະນາສັນຕິພາບ” ໂດຍສະຖາບັນມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ແລະ ກອງທຶນແຫຼ່ງຊັບພະຍາກອນອາຊີ ຈັດຕັ້ງ, ໃນວັນທີ 26/11, ຢູ່ແຂວງດົງນາຍ. ບັນດາຜູ້ແທນທີ່ມາຈາກຫຼາຍປະເທດ ໄດ້ແລກປ່ຽນບົດຮຽນໃນການອະນຸລັກຮັກສາມໍລະດົກ. ທ່ານ Nizamuddin Katawazi, ຜູ້ອຳນວຍການບໍລິຫານອົງການສັນຕິພາບ ແລະ ສິດທິມະນຸດ ອາບການິດສຖານ ໃຫ້ຮູ້ວ່າ.
“ຂ້າພະເຈົ້າມາຈາກອາບການິດສຖານ, ແມ່ນປະເທດທີ່ມີການປະທະກັນເປັນປະຈຳໃນ 3 ທົດສະວັດຜ່ານມາ. ພວກຂ້າພະເຈົ້າມີບົດຮຽນຫຼາຍຢ່າງໃນການອະນຸລັກຮັກສາມໍລະດົກວັດທະນະທຳໃນໄລຍະສົງຄາມ. ຄວາມຈິງ, ການອານຸລັກຮັກສາມໍລະດົກໃນໄລຍະສົງຄາມແມ່ນຍາກຫຼາຍ. ໄດ້ມີມໍລະດົກຫຼາຍແຫ່ງຂອງພວກຂ້າພະເຈົ້າຖືກເສຍຫາຍໄປໃນ 3 ທົດສະວັດຜ່ານມາ ແລະ ປະຈຸບັນຍັງຄົງປະເຊີນໜ້າກັບບັນຫານີ້. ຂ້າພະເຈົ້າຄິດວ່າ, ເຈົ້າໜ້າທີ່ທ້ອງຖິ່ນມີບົດບາດສຳຄັນໃນການອະນຸລັກຮັກສາ ຍ້ອນເຂົ້າເຈົ້າມີຄວາມຮູ້ຫຼາຍກ່ຽວກັບບັນດາມໍລະດົກວັດທະນະທຳຢູ່ທ້ອງຖິ່ນ ແລະ ວິທີປົກປັກຮັກສາ. ສິ່ງດັ່ງກ່າວກໍ່ນຳມາເຊິ່ງຄວາມສາມັກຄີ, ເອກະພາບ ແລະ ຮັກສາສັນຕິພາບ.”
ກອງປະຊຸມກໍ່ຍົກອອກສານທີ່ວ່າ: ມໍລະດົກວັດທະນະທຳບໍ່ພຽງແຕ່ນຳມາເຊິ່ງກາລະໂອກາດເພື່ອໃຫ້ທຸກໆຄົນໄດ້ພົບປະ, ເຂົ້າໃຈກັນ ແລະ ມີຄວາມຮູ້ຫຼາຍກວ່າກ່ຽວກັບບັນດາພື້ນຖານວັດທະນະທຳອື່ນໆເທົ່ານັ້ນ ຫາກຍັງແມ່ນເຄື່ອງມືຫຼັກແຫຼ່ງໃນການອະນຸລັກຮັກສາ ແລະ ພັດທະນາສັນຕິພາບອີກດ້ວຍ.