(ພາບປະກອບ)
(vovworld) - ທີ່ກອງປະຊຸມສຳມະນາປະກາດບົດລາຍງານປະຈຳປີກ່ຽວກັບເສດຖະກິດຂອງ ຫວຽດນາມ ໃນປີ 2013, ໂດຍມະຫາວິທະຍາໄລເສດຖະກິດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ແລະ ສູນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍ ຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 27/05, ຢູ່ຮ່າໂນ້ຍ, ກຸ່ມນັກຄົ້ນຄວ້າໄດ້ຍົກອອກ 2 ຫົວເລື່ງໃຫ້ແກ່ພື້ນຖານເສດຖະກິດຫວຽດນາມ ໃນປີ 2013. ເຊິ່ງຕາມນັ້ນແລ້ວ, ຫົວເລື່ອງຄາດຄະເນລະດັບເຕີບໂຕບັນລຸປະມານ 5,04%, ໃນຂະນະທີ່ຫົວເລື່ອງບັນລຸລະດັບສູງກວ່າ 5,35%. ຜູ້ຕ່າງໜ້າກຸ່ມນັກປະຕິບັດບົດລາຍງານ, ທ່ານປະລິຍາເອກ ຫງວຽນດຶກແທ່ງ, ຫົວໜ້າສູນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍໄດ້ໃຫ້ຮູ້ບັນດາບັນຫາໄລຍະສັ້ນ ແລະ ໄລຍະກາງເຊິ່ງໄດ້ວາງອອກໃຫ້ແກ່ຫວຽດນາມ ນັ້ນແມ່ນ, ແກ້ໄຂໜີ້ເສຍໃນລະບົບດານເງິນ ແລະ ຟື້ນຟູພາກວິສາຫະກິດ; ຟື້ນຟູຕະຫຼາດອະສັງຫາລິມະຊັບເພື່ອຜ່ານນັ້ນ ໜູນຊ່ວຍລະບົບການເງິນ - ສິນເຊື່ອໃຫ້ຟື້ນຟູກໍແມ່ນຄວາມຕ້ອງການຢ່າງຮີບດ່ວນ. ທ່ານປະລິຍາເອກ ຫງວຽນດຶກແທ່ງ ກ່າວວ່າ.
“ໃນໄລຍະສັ້ນປີ 2013 ແລະ ໃນປີ 2014, ພວກຂ້າພະເຈົ້າສະເໜີໃຫ້ບຸລິມະສິດເລືອກເຟັ້ນນະໂຍບາຍຟື້ນຟູການເຕີບໂຕ, ຟື້ນຟູວິສາຫະກິດ, ບັນດານະໂຍບາຍການເງິນຢ່າງແໜ້ນແຟ້ນ, ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ... ນອກຈາກນັ້ນ, ດອກເບ້ຍເງິນກູ້ຖືກບັງຄັບຫລຸດລົງ, ແຕ່ຖ້າຫາກທະນາຄານສຸມໃສ່ເຂົ້າໃນການຫລຸດດອກເບ້ຍເງິນດົງ ຈະເຮັດໃຫ້ຂາດດູນຕະຫຼາດຊັບສິນອື່ນໆຄື USD, ຄຳ, ອະສັງຫາລິມະຊັບ. ສິ່ງນີ້ແມ່ນຕ້ອງເອົາໃຈໃສ່. ກ່ຽວກັບຕະຫຼາດອະສັງຫາລິມະຊັບ, ຕ້ອງຕິດຕາມບັນດາບ້ວງເງິນໜູນຊ່ວຍສົ່ງຜົນກະທົບຄືແນວໃດໃນສະພາບຊົບເຊົາຄືປະຈຸບັນ ຖ້າບໍດັ່ງນັ້ນຈະສິ້ນເປືອງແຫຼ່ງກຳລັງ”.