ບົດລາຍງານສິດທິມະນຸດປີ 2013 ຂອງອາເມລິກາ ບໍ່ສ່ອງແສງສະພາບຢູ່ ຫວຽດນາມ ຢ່າງພາວະວິໄສ

ບົດລາຍງານສິດທິມະນຸດປີ 2013 ຂອງອາເມລິກາ ບໍ່ສ່ອງແສງສະພາບຢູ່ ຫວຽດນາມ ຢ່າງພາວະວິໄສ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ່​ງ

(vovworld) – ບົດ​ລາຍ​ງານ​ສິດທິ​ມະນຸດ​ປີ 20​13 ຂອງ​ອາ​ເມ​ລິ​ກາ​ບໍ່​ສ່ອງ​ແສງ​ສະພາບ​ຢູ່​ຫວຽດນາມ​ຢ່າງ​ພາວະ​ວິ​ໄສ - ນີ້​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ່​ງ ​ໃນ​ວັນ​ທີ 28/2. ຕາມ​ທ່ານ ​ເລ​ຫາຍ​ບີ່​ງ ​ແລ້ວ, ການຮັບປະກັນ​ສິດທິ​ມະນຸດ​ແມ່ນ​​ເນື້ອ​ໃນຈຸດ​ສຸມ​ໃນ​ບັນດາ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ. ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ຫວຽດນາມ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະຊາ​ຄົມ​ໂລກ​ທີ່​ວາລະ​ທົບ​ທວນ​ປະຈຳ​ໄລຍະ 2 (​ເດືອນ 2/2014).

    ຂໍ້​ສັງ​ເກດ​ຈຳນວນ​ໜຶ່ງກ່ຽວ​ກັບ ຫວຽດນາມ ​ທີ່ຍົກ​ອອກ​ມາ​​ໃນ​ບົດ​ລາຍ​ງານກ່ຽວ​ກັບ​ສິດທິ​ມະນຸດ​ຂອງ ກະຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ປີ 2013 ​ໄດ້​ອີງ​ໃສ່​ບັນດາ​ຂໍ້​ມູນ​ຂ່າວ​ບໍ່​ຖືກຕ້ອງ, ບໍ່​ສ່ອງ​ແສງ​ຄວາມ​ຈິງກ່ຽວ​ກັບ​ສະພາບ​ສິ​ດທິມະນຸດ​ຢູ່ ຫວຽດນາມຢ່າງ​ພາວະ​ວິ​ໄສ.

    ​ບົນ​ຈິດ​ໃຈ​ກົງ​ໄປ​ກົງ​ມາ ​ແລະ ສ້າງ​ສັນ​ນັ້ນ, ຍາມ​ໃດ ຫວຽດນາມ ກໍ່​ພ້ອມ​ແລ້​ວທີ່​ຈະ​ໂອ້​ລົມ​ສົນທະນາ​ກັບ​ບັນດາ​ປະ​ເທດ​ທີ່​ຍັງ​ມີ​ທັດສະນະ​​ແຕກຕ່າງ​ກັນ​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ສິດທິ​ມະນຸດ, ​ໃນ​ນັ້ນ​ມີ ອາ​ເມ​ລິ​ກາ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົາ​ອົກ​ເຂົ້າ​ໃຈ, ຮັດ​ແຄບ​ຄວາມ​ແຕກ​ຕ່າງ​ກັນ, ຜ່ານ​ນັ້ນ​ຍົກ​ສູງ​ລັກ​ສະ​ນະ​ຊັດ​ເຈ​ນ ​ແລະ ພາວະ​ວິ​ໄສ​ໃນ​ການ​ຕີ​ລາຄາ​ກ່ຽວ​ກັບ​ສະພາບ​ສິດທິ​ມະ​ນຸດ​ຢູ່​ຫວຽດນາມ.


ຂ່າວ/ບົດ​ອື່ນ