ບຸນກາຣີປະກາດໂລກໄຂ້ຫວັດໃນທົ່ວປະເທດ

(VOVWORLD) -ບຸນກາຣີ ໄດ້ປະກາດໂລກໄຂ້ຫວັດໃນທົ່ວປະເທດ, ສັ່ງປິດປະຕູໂຮງຮຽນທັງໝົດ ແລະ ຫ້າມບໍ່ໃຫ້ທຳການຜ່າຕັດເລີ່ມແຕ່ວັນທີ 6 ມີນາ ເປັນຕົ້ນໄປ, ໃນສະພາບການທີ່ຈຳນວນຜູ້ຕິດໂລກໄຂ້ຫວັດ B ຢູ່ປະເທດນີ້ເພີ່ມຂຶ້ນຢ່າງກະທັນຫັນ.
ບຸນກາຣີປະກາດໂລກໄຂ້ຫວັດໃນທົ່ວປະເທດ - ảnh 1(ພາບປະກອບ: TTXVN) 

ບັນດາສະມາຊິກຂອງກຳລັງພິເສດແຫ່ງຊາດ ໄດ້ສ້າງຕັ້ງຂຶ້ນເພື່ອຮັບມືກັບໂລກລະບາດອັກເສບປອດ Covid – 19 ໄດ້ກ່າວເຕືອນວ່າ ຢູ່ໂຮງໝໍແຫ່ງຕ່າງໆຂອງ ບຸນກາຣີ ເຕັມໄປດ້ວຍຄົນເຈັບທີ່ເປັນໄຂ້ຫວັດ, ນາບຂູ່ເຖິງວຽກງານກະກຽມຮັບມືກັບໄວຣັດສາຍພັນໃໝ່ ແລະ ຈະແຜ່ລາມໃນວົງກ້ວາງຢູ່ປະເທດນີ້.

        ໃນຂະນະນັ້ນ, ວົງການແພດໝໍຢູ່ ບຸນກາຣີ ໃຫ້ຮູ້ວ່າ ປັດຈຸບັນ, ໂລກໄຂ້ຫວັດ B ຢູ່ປະເທດນີ້ ພວມແຜ່ລະບາດໄວຜິດປົກກະຕິ. ຕາມສູນພະຍາດຕິດຕໍ່ແຫ່ງຊາດ ບຸນກາຣີແລ້ວ, ທ້າຍເດືອນກຸມພາ 2020, ປະເທດນີ້ໄດ້ຮັບເອົາຈຳນວນຜູ້ຕິດໄຂ້ຫວັດ B ແມ່ນ 5.000ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ