(VOVWORLD) - ການເລືອກຕັ້ງສະພາແຫ່ງຊາດ ບູນກາຣີ ຄັ້ງນີ້ໄດ້ຮັບຖືວ່າ ແມ່ນການຊ່ວງເສັງລະຫວ່າງສອງ ສະຫະພັນ, ເຊິ່ງລວມມີ: ສະຫະພັນ GERB-SDS
ອະດີດ ນາຍົກລັດຖະມົນຕີ Boyko Borisov ປ່ອນບັດເລືອກຕັ້ງໃນວັນທີ 2/4/2023.
(ພາບ: AP)
|
ວັນທີ 2 ເມສາ, ຜູ້ມີສິດເລືອກຕັ້ງ ບູນກາຣີ ນັບລ້ານຄົນ ໄດ້ໄປປ່ອນບັດໃນການເລືອກຕັ້ງສະພາແຫ່ງຊາດຄັ້ງທີ 5 ໃນຮອບເວລາ 2 ປີຜ່ານມາຢູ່ປະເທດນີ້ເພື່ອແນໃສ່ແກ້ໄຂວິກິດການດ້ານການເມືອງ ແລະ ການປະທະກັນສັງຄົມທີ່ແກ່ຍາວໃນໄລຍະຍາວ.
ການເລືອກຕັ້ງສະພາແຫ່ງຊາດ ບູນກາຣີ ຄັ້ງນີ້ໄດ້ຮັບຖືວ່າ ແມ່ນການຊ່ວງເສັງລະຫວ່າງສອງ ສະຫະພັນ, ເຊິ່ງລວມມີ: ສະຫະພັນ GERB-SDS ກາງຂວາໂດຍທ່ານອະດີດນາຍົກລັດຖະມົນຕີ Boyko Borisov, ນຳພາ ແລະ ສະຫະພັນຫາກໍ່ສ້າງຕັ້ງໃໝ່ແມ່ນ PP-DB. ການປ່ອນບັດໄດ້ອັດລົງໃນເວລາ 20 ໂມງຂອງວັນທີ 2 ເມສາ ຕາມເວລາທ້ອງຖິ່ນ.
ຕາມບັນດາໝາກຜົນຂອງການຢັ່ງຫາງສຽງພາຍຫຼັງການປ່ອນບັດສິ້ນສຸດລົງ, ສະຫະພັນປະຕິຮູບໂດຍທ່ານອະດີດນາຍົກລັດຖະມົນຕີ Kiril Petkov ນຳໜ້າອາດຈະຍາດໄດ້ໄຊຊະນະ.