ມື້ເຮັດວຽກທີ 6 ຂອງກອງປະຊຸມບັນດາເຈົ້າໜ້າທີ່ອະວຸໂສຄັ້ງທີ 1 (SOM 1)
|
(vovworld) – ວັນທີ 24/2, ຢູ່ນະຄອນຍາຈາງ, ແຂວງ ແຄ໋ງຮ່ວາ, ກອງປະຊຸມບັນດາເຈົ້າໜ້າທີ່ອະວຸໂສຄັ້ງທີ 1 (SOM 1) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງກ້າວເຂົ້າສູ່ມື້ເຮັດວຽກທີ 6. ກອງປະຊຸມລວມມີ: ກຸ່ມປະຕິບັດງານກ່ຽວກັບການທ່ອງທ່ຽວ (TWG), ກຸ່ມປະຕິບັດງານກ່ຽວກັບສາທາລະນະສຸກ (HWG), ບຳລຸງສ້າງກ່ຽວກັບການຄຸ້ມຄອງໂຄງການ, ກຸ່ມນັກຊ່ຽວຊານກ່ຽວກັບການລົງທຶນ (IEG), ຄະນະກຳມະການການຄ້າ -ການລົງທຶນ (CTI)…./
ກໍ່ໃນວັນທີ 24/2, ກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟີກ ໄດ້ສິ້ນສຸດລົງ. ນີ້ແມ່ນການເຄື່ອນໄຫວທຳອິດຂອງວິວັດທະນາການລັດຖະມົນຕີການເງິນເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ ໃນບັນດາເຫດການປີ APEC ຫວຽດນາມ ປີ 2017.
ທີ່ວາລະປະຊຸມຄະນະບໍລິຫານງານຂອງກຸ່ມ ແລະ ກອງປະຊຸມສຳມະນາກ່ຽວກັບການທ່ອງທ່ຽວແບບຍືນຍົງຂອງກຸ່ມທ່ອງທ່ຽວ, ບັນດາຜູ້ແທນພິຈາລະນາສະເໜີເປົ້າໝາຍ ແລະ ເນື້ອໃນພື້ນຖານຂອງຖະແຫຼງການ ຮ້າລອງ ແລະ ກອບແນະນຳກ່ຽວກັບການພັດທະນາການທ່ອງທ່ຽວ APEC ແບບຍືນຍົງໃນສະພາບການປ່ຽນແປງຂອງດິນຟ້າອາກາດ. ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ:
“ບັນດາພື້ນຖານເສດຖະກິດອາດຈະອີງໃສ່ນັ້ນເພື່ອສາມາດເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຮຽກຮ້ອງໃຫ້ທຸກໆຝ່າຍກ່ຽວຂ້ອງ, ວິສາຫະກິດ, ວົງຄະນະຍາດຍົກສູງຄວາມຮັບຮູ້, ກຽມພ້ອມ, ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທຸກໆການກະທຳຕ້ອງຕິດພັນກັບການປ່ຽນແປງຂອງດິນຟ້າອາກາດ.”