(VOVWORLD) - ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຮຽກຮ້ອງໃຫ້ ພະນັກງານ, ພາລະກອນສະຖານທູດໝົດທຸກຄົນ, ບັນດາອົງການ, ວິສາຫະກິດ, ອົງການຈັດຕັ້ງ, ພໍ່ແມ່ປະຊາຊົນ ຊາວຫວຽດນາມ ພວມເຮັດວຽກ ແລະ ດຳລົງຊີວິດຢູ່ ສິງກະໂປ ສະໜັບສະໜູນໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ທ່ານນາງ ໂຕທິບີກເຈົາ ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ເຂົ້າຮ່ວມການສະໜັບສະໜູນເງິນຊື້ວັກຊິນກັນໂຄວິດ - 19 (ພາບ: sggp.org.vn) |
ຕອນເຊົ້າວັນທີ 7 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ຈັດພິທີປຸກລະດົມການສະໜັບສະໜູນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ທີ່ພິທີ, ບັນດາການນຳກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ສົ່ງຂໍ້ຄວາມ ແລະ ສະໜັບສະໜູນໂດຍກົງໃຫ້ກອງທຶນວັກຊິນກັນໂຄວິດ - 19, ພ້ອມທັງ ສະໜັບສະໜູນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ຮັບການປຸກລະດົມໃນທົ່ວຂະແໜງຢ່າງເລິກເຊິ່ງ ແລະ ກ້ວາງແຂວງ. ຕາມນັ້ນແລ້ວ, ບັນດາພະນັກງານ, ພາລະກອນ ອາດຈະສະໜັບສະໜູນຕາມ 2 ຮູບການ ແມ່ນ ສົ່ງຂໍ້ຄວາມ ໄປຍັງເບີໂທລະສັບ 1408 ຫຼືສະໜັບສະໜູນໂດຍກົງກໍ່ໄດ້.
ແລະກໍ່ໃນວັນທີ 7 ມິຖຸນາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈີມິນ - ຄະນະຂົນຂວາຍ, ຮັບ ແລະ ແຈກຢາຍ ກອງທຶນ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນໂຮ່ຈີມິນ ໄດ້ຮັບເງິນເປັນຈຳນວນ 12 ຕື້ດົ່ງ ທີ່ລົງທະບຽນສະໜັບສະໜູນການຊື້ວັກຊິນກັນໂຄວິດ - 19 ຈາກ 17 ອົງການ, ວິສາຫະກິດ ແລະ ສ່ວນບຸກຄົນ.
ໃນໂອກາດນີ້, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຮຽກຮ້ອງໃຫ້ ພະນັກງານ, ພາລະກອນສະຖານທູດໝົດທຸກຄົນ, ບັນດາອົງການ, ວິສາຫະກິດ, ອົງການຈັດຕັ້ງ, ພໍ່ແມ່ປະຊາຊົນ ຊາວຫວຽດນາມ ພວມເຮັດວຽກ ແລະ ດຳລົງຊີວິດຢູ່ ສິງກະໂປ ສະໜັບສະໜູນໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ພາຍຫຼັງການປຸກລະດົມມາເປັນເວລາ 3 ວັນ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປໄດ້ຮັບການບໍລິຈາກເງິນເປັນຈຳນວນ 15.000 ໂດລາສິງກະໂປ (ກ່ວາ 260 ລ້ານດົ່ງ).