(VOVWORLD) - ກ່າວຄຳເຫັນໄຂກອງປະຊຸມທີ່ດຳເນີນ ຢູ່ ນະຄອນ Koenigswinter, ທ່ານລັດຖະມົນຕີກະຊວງການເງິນ ເຢຍລະມັນ Christian Lindner ໄດ້ຮຽກຮ້ອງການໜູນຊ່ວຍເພື່ອອະນຸຍາດໃຫ້ຢູແກຼນ ປົກປ້ອງຕົນເອງໃນຊຸມເດືອນຈະມາເຖິງ
ພາບປະກອບ: AFP/TTXVN |
ວັນທີ 19 ພຶດສະພາ, ບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ຈັດກອງປະຊຸມຢູ່ເຢຍລະມັນ ດ້ວຍຄວາມຫວັງຢາກຊອກຫາມາດຕະການແກ້ໄຂບັນຫາຂາດດຸນງົບປະມານຂອງ ຢູແກຼນ, ໃນສະພາບທີ່ການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນສືບຕໍ່ເຮັດໃຫ້ເສດຖະກິດທົ່ວໂລກຂາດສະຖຽນລະພາບ.
ກ່າວຄຳເຫັນໄຂກອງປະຊຸມທີ່ດຳເນີນຢູ່ນະຄອນ Koenigswinter, ທ່ານລັດຖະມົນຕີກະຊວງການເງິນ ເຢຍລະມັນ Christian Lindner ໄດ້ຮຽກຮ້ອງການໜູນຊ່ວຍເພື່ອອະນຸຍາດໃຫ້ຢູແກຼນ ປົກປ້ອງຕົນເອງໃນຊຸມເດືອນຈະມາເຖິງ. ທ່ານ Lindner ເນັ້ນໜັກວ່າ ຕ້ອງການຈຳນວນເງິນນັບສິບຕື້ ເອີໂຣ ເພື່ອຮັບປະກັນ “ລັກສະນະຊຳລະ” ຂອງ ຢູແກຼນ.