ບັນດາການນຳພັກ,ລັດ,ລັດຖະບານຫວຽດນາມຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະພົວພັນຕ່າງປະເທດສູນກາງພັກປຊຊປະຕິວັດລາວ

ບັນດາການນຳພັກ,ລັດ,ລັດຖະບານຫວຽດນາມຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະພົວພັນຕ່າງປະເທດສູນກາງພັກປຊຊປະຕິວັດລາວ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ທ່ານ​ຮອງ
​ນາ​ຍົກລັດ​ຖະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລິດ
ພາບ:VGP/Nhật Bắc

(vovworld)-​ວັນ​ທີ 5/3 ຢູ່ ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ມີ​ການ​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໂດຍ​ທ່າ​ນ​ ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຫົວ​ຫນ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລາວ ເປັນ​ຫົວ​ຫນ້າ​ຄະ​ນະ ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຍດ​ນາມ. ທີ່​ການ​ຕ້ອນ​ຮັບ, ບັນ​ດາ​ການ​ນຳ​ພັກ, ລັດ ແລະ ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ແຈ້ງ​ສະ​ພາບ​ການ​ຢູ່​ຫວຽດ​ນາມ, ວຽກ​ງານ​ກະ​ກຽມ​ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ ກ້າວ​ໄປ​ເຖິງ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ພ້ອມ​ທັງ ຢືນ​ຢັນ ຫວຽດ​ນາມ ຈະ​ເຮັດ​ຈົນ​ສຸດ​ຄວ​າ​ມ​ສາ​ມາດ​ຂອງ​ຕົນ​ພ້ອມ​ກັບ​ລາວ ປັບ​ປຸງແລະ ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ທຸກ​ຂົງ​ເຂດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ປາດ​ຖະ​ຫນາ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ພັກ ຈ​ະ​ພ້ອມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ສອງ​ປະ​ເທດ ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ແບ່ງ​ປັນ​ບົດ​ຮຽນ, ຮ່ວມ​ມື​ຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ​ກັນ, ເພື່ອ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ແຕ່​ລະ​ພັກ​ຢ່າງ​ມີ​ໄຊ​ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ, ສອງ​ລັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີງ​ມີງ ໄດ້​ເຮັດ​ວຽກ​ກັບ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຫົວ​ຫນ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລາວ. ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ປະ​ສານ​ສົມ​ທົບ​​ຢ່າງ​ແຫນ້ນ​ແຟ້ນ​ກັບບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ອື່​ນ ເພື່ອ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ສຳ​ເລັດ​ໃນ​ທ້າຍ​ປີ 2015. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ຢືນ​ຢັນ: ຫວຽດ​ນາມ ຈະ​ສະ​ຫນັບ​ສະ​ຫນູນ ແລະ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ ເພື່ອ​ໃຫ້​ລາວ​ປະ​ຕິ​ບັດ​ສຳ​ເລັດ​ບົດ​ບາດ​ປະ​ທານ ອາ​ຊຽນ ໃນ​ປີ 2016.

ຂ່າວ/ບົດ​ອື່ນ