ບັນດາການນຳພັກ, ສະພາແຫ່ງຊາດລົງ ພົບປະກັບຜູ້ມີສິດເລືອກຕັ້ງ
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງີນ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ເກີນເທີ |
(vovworld)- ໂດຍສືບຕໍ່ການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງ, ວັນທີ 5/8 ຢູ່ເກີນເທີ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງີນ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ກ້າຍຣັງ ແລະ ເມືອງຟອງດຽນ ເພື່ອລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກ ສະພາແຫ່ງຊາດຫວຽດນາມຊຸດທີ 14 ແລະ ຮັບຮູ້ບັນດາບັນຫາທີ່ຜູ້ມີສິດເລືອກຕັ້ງມີຄວາມສົນໃຈ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງີນ ໃຫ້ຮູ້ວ່າ ສະພາແຫ່ງຊາດພວມພິຈາລະນາຕິດຕາມກວດກາບັນດາດ່ານເກັບຄ່າບໍລິການ, ໃນນັ້ນມີດ່ານເກັບຄ່າບໍລິການຕາມສັນຍາ BOT, ພ້ອມກັນນັ້ນ, ບັນຫາຮັບປະກັນຄວາມປອດໄພຫຼັກອະນາໄມດ້ານສະບຽງອາຫານ ກໍຖືກນຳເຂົ້າໂຄງການຕິດຕາມກວດກາສູງສຸດ.
ໃນວັນດຽວກັນ, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ້ອງ ກໍໄດ້ລົງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນເຊີນລາ. ທ່ານດິງເທຮີງ ຜູ້ປະຈຳຄະນະເລຂາສູນກາງພັກ ກໍໄດ້ລົງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ຮ່ວາວາງ ນະຄອນດານັ້ງ.