ບັນ​ດາ​ການ​ເຄືື່ອນ​ໄຫວ​ຕອບ​ສະ​ໜອງວັນ​ຄອບ​ຄົວ​ຫວຽດ​ນາມ 2020

(VOVWORLD) - ຕອນຄ່ຳວັນທີ 26 ມິຖຸນາ, ຢູ່ສູນວາງສະແດງວັດທະນະທຳສິລະປະຫວຽດນາມ ທີ່ຮ່າໂນ້ຍ, ໄດ້ຈັດພິທີໄຂວັນບຸນຄອບຄົວຫວຽດນາມ 2020.
ບັນ​ດາ​ການ​ເຄືື່ອນ​ໄຫວ​ຕອບ​ສະ​ໜອງວັນ​ຄອບ​ຄົວ​ຫວຽດ​ນາມ 2020 - ảnh 1

(ພາບປະກອບ)

     ດ້ວຍຫົວເລື່ອງ “ຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ການປະພຶດທີ່ດີງາມໃນຄອບຄົວ”, ວັນບຸນລວມມີບັນດາການເຄື່ອນໄຫວວາງສະແດງ, ແລກປ່ຽນວັດທະນະທຳສິລະປະ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າຂອງວັດທະນະທຳຄອບຄົວຫວຽດນາມ.

   ແຕ່ວັນທີ 26-28 ມິຖຸນາ, ປະຊາຊົນສາມາດໄປຢ້ຽມຊົມງານວາງສະແດງພາບຖ່າຍ ແນະນຳບັນດາຮູບພາບກ່ຽວກັບການດຳລົງຊີວິດປະຈຳວັນ ຂອງບັນດາຄອບຄົວໃນທົ່ວເຂດພາກຂອງປະເທດຊາດ, ເວລານາທີເຕົ້າໂຮມກັນຂອງສະມາຊິກໃນຄອບຄົວ, ການຫ້າວຫັນອອກແຮງງານ, ຮ່ຳຮຽນຊື່ງກັນ ແລະ ກັນ...

                ແລະ ກໍ່ໃນຂອບເຂດບັນດາການເຄື່ອນໄຫວໃນໂອກາດນີ້ ຍັງມີການການກວດແຕ້ມຮູບ “ຄອບຄົວນ້ອງຮ່ວມກັນເພື່ອຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ”; ບັນດາລາຍການສະແດງສິລະປະພິເສດສະເພາະ, ສະແດງຕຸກກະຕາ, ກາຍະສິນ….

ຕອບກັບ

ຂ່າວ/ບົດ​ອື່ນ