ບັນດາການເຄື່ອນໄຫວຢື້ຢາມຖາມຂ່າວ, ມອບຂອງຂວັນເນື່ອງໃນໂອກາດບຸນເຕັດປີມະແມ 2015
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ມອບຂອງຂວັນບຸນເຕັດໃຫ້ພໍ່ແມ່ປະຊາຊົນເທື່ອທຽນເຫ້ວ
(ພາບ: baomoi.com)
(vovworld) – ຕອນບ່າຍວັນທີ 07/02, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ພໍ່ແມ່ປະຊາຊົນທີ່ທຸກຍາກ, ຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມດີໂອຊິນຢູ່ເມືອງ ຟຸ໋ໂລກ, ແຂວງ ເທື່ອທຽນເຫ້ວ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຂອງຂວັນບຸນເຕັດ 100 ພູດ, ແຕ່ລະພູດມີມູນຄ່າ 1 ລ້ານດົງ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ອວຍພອນໃຫ້ພໍ່ແມ່ປະຊາຊົນຈົ່ງຕ້ອນຮັບບຸນເຕັດຢ່າງມ່ວນຊື່ນ, ອົບອຸ່ນ, ພ້ອມທັງສະເໜີໃຫ້ແຂວງເທື່ອທຽນເຫ້ວ ແລະ ເມືອງ ຟຸ໋ໂລກ ບໍ່ປະໃຫ້ປະຊາຊົນຜູ້ໃດຖືກອຶດຫິວໃນໂອກາດບຸນເຕັດ. ແລະ ກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ກໍ່ໄດ້ມອບຂອງຂວັນບຸນເຕັດກວ່າ 1.000 ພູດໃຫ້ປະຊາຊົນເມືອງບິ່ງເຊີນ, ແຂວງກວາງຫງາຍ. ອວຍພອນປີໃໝ່ພະນັກງານ ແລະ ປະຊາຊົນເມືອງບິ່ງເຊີນ. ທ່ານຮອງນາຍົກລັດຖະມົນຕີ ຮວ່າງຈຸງຫາຍ ປາດຖະໜາວ່າ, ອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນ ສືບຕໍ່ຮ່ວມແຮງຮ່ວມໃຈສ້າງສາບ້ານເກີດເມືອງນອນໃຫ້ນັ້ບມື້ນັບຮັ່ງມີ, ເຂັ້ມແຂງ.
“ລັດຖະບານຕັດສິນໃຈເປີດກວ້າງໂຮງງານກັນນ້ຳມັນບິ່ງເຊີນ, ພ້ອມທັງເຂດເສດຖະກິດຢຸງກ໋ວດ ກໍ່ຈະສືບຕໍ່ດຶງດູດການລົງທຶນ, ນີ້ແມ່ນໂອກາດໃຫຍ່ເພື່ອໃຫ້ພວກເຮົາສືບຕໍ່ພັດທະນາ ແລະ ເພີ່ມທະວີການເຕີບໂຕດ້ານເສດຖະກິດ. ຂ້າພະເຈົ້າຫວັງວ່າ, ປະຊາຊົນເມືອງບິ່ງເຊີນ ຈະສືບຕໍ່ໜູນຊ່ວຍບັນດາໂຄງການດັ່ງກ່າວ. ການນຳແຂວງກໍ່ຄືເມືອງບິ່ງເຊີນ ຖືນີ້ແມ່ນກາລະໂອກາດຊັບຊ້ອນເຂດຊຸ້ມຊົນ ແລະ ຫັນປ່ຽນໂຄງປະກອບພື້ນຖານເສດຖະກິດ”.
ແລະກໍ່ໃນວັນທີ 07/02, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ມອບຂອງຂວັນ 190 ພູດ, ແຕ່ລະພູດມີມູນຄ່າ 1 ລ້ານດົງ ໃຫ້ຊາວປະມົງທຸກຍາກຢູ່ບັນດາເມືອງ ດົງຮ່ວາ, ຕຸຍອານ, ເທດສະບານ ຊົງເກົ່າ ແລະ ນະຄອນຕຸຍຮ່ວາ.